ພິທີເປີດບຸນລະດຸບານໃໝ່ໃນທົ່ວປະເທດ

(VOVWORLD) - ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 6 ບຸນເຕັດປີກຸນ) ຢູ່ ຕາແສງ ເຮືອງເຊີນ, ເມືອງໝີ໋ດືກ, ນະຄອນ ຮ່າໂນ້ຍ 
ພິທີເປີດບຸນລະດຸບານໃໝ່ໃນທົ່ວປະເທດ - ảnh 1 ພິທີເປີດບຸນລະດຸບານໃໝ່ໃນທົ່ວປະເທດ

ໄດ້ດຳເນີນພິທີເປີດບຸນວັດ ເຮືອງ, ດ້ວຍຫົວຂໍ້ວ່າ: ງານບຸນແຫ່ງຄວາມມີວິໄນ - ສິວິໄລ - ທ່ອງທ່ຽວ. ທ່ານ ຫງວຽນວັນຫວາດ ປະທານຄະນະກຳມະການປະຊາຊົນເມືອງ ໝິ໋ດືກ ໃຫ້ຮູ້ວ່າ: ເມືອງ ໝິ໋ດືກ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທັດສະນີຍະພາບວັດເຮືອງ:

ປີນີ້ພວກຂ້າພະເຈົ້າໄດ້ຊາບຊືມຄວາມປອດໄພດ້ານຄົມມະນາຄົມທາງນ້ຳສຳລັບບັນດາແຂກທີ່ເຂົ້າຮ່ວມການພາຍເຮືອຢູ່ທີ່ນີ້ຢ່າງເຄັ່ງຂັດ. ປີນີ້ ເປັນປີທຳອິດທີ່ພວກຂ້າພະເຈົ້າໄດ້ຈັດຕັ້ງຢ່າງກະທັດຮັດທີສຸດດ້ວຍຮ້ານບໍລິການ ຫຼາຍກ່ວາ 300 ຮ້ານ, ບັນດາຄອບຄົວທີ່ເຂົ້າຮ່ວມ ການໃຫ້ການບໍລິການກິນດື່ມຢູ່ທີ່ນີ້ລວມແຕ່ເຊັນໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນສຸຂະອະນາໄມຂອງອາຫານ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຕາແສງ ຟູ່ລິງ, ເມືອງຊ໋ອກເຊີນ (ຮ່າໂນ້ຍ) ໄດ້ຈັດຕັ້ງງານບຸນຫໍ ຊ໋ອກ ຂຶ້ນ ແລະ ຢູ່ຕາແສງ ກວາງເຟືອກ, ເມືອງ ກວາງດ່ຽນ, ແຂວງ ເທື່ອທຽນເຫວ້ ກໍ່ໄດ້ຈັດຕັ້ງງານບຸນມວຍປ້ຳເພື່ອເປີດງານບຸນລະດູບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ