ພິທີເປີດສະຫຼອງອະນຸສາວະລີປະທານໂຮ່ຈິມິນຢູ່ເມຊິກໂກ

ພິທີເປີດສະຫຼອງອະນຸສາວະລີປະທານໂຮ່ຈິມິນຢູ່ເມຊິກໂກ - ảnh 1
ຮູບ​ປັ້ນ​ປະທານ​ໂຮ່ຈິ​ມິນ ​ຮັບ​ການກໍ່ສ້າງ​ແຕ່​ປີ 2009
 ຢູ່​ນະຄອນ​ເມ​ຊິກ​ໂກ ຊີ​ຕີ
(ພາບ: vietnamplus.vn)


​(vovworld) – ​​ທ້າຍ​ອາທິດ​ຜ່ານ​ມາ, ຢູ່​ບໍລິ​ເວນອະນຸສາວະລີ​ປະທາ​ນ​ໂຮ່ຈິ​ມິ​ນ ​ໃນ​ສວນສາທາລະນະ​ເສລ​ີພາບ​ບັນດາ​ຊາດ, ສະຖານທູດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ອຳ​ນາດການ​ປົກຄ​ອງນະຄອນ​ເມ​ຊິກ​ໂກ ຊີ​ຕີ, ປະ​ເທດ​ເມ​ຊິກ​ໂກ ​ຈັດຕັ້ງ​ພິທີ​ເປີດ​ສະຫຼອງການ​ຍົກ​ລະດັບບໍລິ​ເວນອະນຸສາວະລີ​ປະທານ​ໂຮ່ຈິ​ມິ​ນ.        ຮູບ​ປັ້ນ​ປະທານ​ໂຮ່ຈິ​ມິນ ​ຮັບ​ການກໍ່ສ້າງ​ແຕ່​ປີ 2009 ຢູ່​ນະຄອນ​ເມ​ຊິກ​ໂກ ຊີ​ຕີ, ຕາມ​ຮູບຖ່າຍ​ໂດຍ​ນັກຖ່າຍຮູບ ດິງດັງ​ທິ້ງ ຖ່າຍ ​ເມື່ອ​ເພີ່ນ​ພວມ​ນັ່ງ​ເຮັດ​ວຽກ​ໃນ​ສວນທີ່​ສຳນັກງານ​ປະທານ​ປະ​ເທ​ດ.

        ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ​ທ່າ​ກຳ່​ປັ່ນ Acapukco ຂຶ້ນ​ກັບ​ລັດ​​ Guerrero ໃຕ້, ທ່ານ​ Felix Castellanos, ປະທານ​ສະ​ຖາ​ບັນ​ຮ່ວມ​ມື ​ແລະ ມິດຕະພາບ​ເມ​ຊິກ​​ໂກ - ຫວຽດນາມ ​ແລະ ​ເພື່ອນ​ມິດ​ເມ​ຊິກ​ໂກ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ກໍ່​ຈັດພິທີ​ຖະຫວາຍ​ດອກ​ໄມ້ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຢູ່ຖະໜົນ Alemam, ບ່ອນ​ທີ່​ຕັ້ງ​ຮູບ​ປັ້ນ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ