ພິທີໄຂຊຸດເຝິກອົບຮົມວິຊາຊີບການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໃຫ້ຄູ​ອາ​ຈານ,ພະນັກງານລາວ

(VOVWORLD) -ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍໄດ້ໄຂຊຸດກໍ່ສ້າງວິຊາຊີບປະຕິບັດຄຳຕັດສິນຂອງສານທາງແພ່ງໃຫ້ຄູອາຈານ, ພະນັກງານລາວ ພວມປະຕິບັດງານໃນຂົງເຂດປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໂດຍສະຖານບັນຍຸດຕິທຳຫວຽດນາມ ຈັດຕັ້ງ.
ພິທີໄຂຊຸດເຝິກອົບຮົມວິຊາຊີບການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໃຫ້ຄູ​ອາ​ຈານ,ພະນັກງານລາວ - ảnh 1 (ທ່ານຫົວໜ້າສະຖານບັນຍຸດຕິທຳ ດ່ວານຈຸງກຽນ)

ຊຸດຮຽນລວມມີນັກຮຽນດີເດັ່ນ 30 ຄົນ. ເຂົ້າຮ່ວມພິທີໄຂຍັງມີການນຳກະຊວງຍຸຕິທຳ, ຜູ້ຕາງໜ້າສະຖານທູດລາວປະຈຳຫວຽດນາມ, ພ້ອມກັບບັນດາຄູອາຈານຂອງສະຖາບັນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຫົວໜ້າສະຖານບັນຍຸດຕິທຳ ດ່ວານຈຸງກຽນ, ໃຫ້ຮູ້ວ່າ.

        “ສະຖານບັນຍຸດຕິທຳຫວຽດນາມ ມີຄວາມເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັບມອບສິດຈາກກະຊວງຍຸຕິທຳຫວຽດນາມ ເປັນຫົວໜ່ວຍປະຕິບັດໂຄງການໜູນຊ່ວຍສະຖາບັນຍຸຕິທຳລາວ. ບົນພື້ນຖານບັນດາບົດຮຽນທີ່ສະສົມໄວ້ໄດ້ໃນປະຫວັດສາດ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ສະຖາບັນຍຸຕິທຳຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການເປີດບັນດາຊຸດເຝິກອົບຮົມໃຫ້ແກ່ຄູອາຈານ, ພະນັກງານຍຸຕິທຳລາວ. ພິທີໄຂຊຸດເຝິກອົບຮົມວິຊາຊີບມື້ນີ້ແມ່ນໜຶ່ງໃນບັນດາໝາກຜົນເບື້ອງຕົ້ນໃຫ້ແກ່ຄວາມມານະພະຍາຍາມຜັນຂະຫຍາຍປະສິດທິຜົນບັນດາການເຄື່ອນໄຫວຂອງໂຄງການ”.

ພິທີໄຂຊຸດເຝິກອົບຮົມວິຊາຊີບການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໃຫ້ຄູ​ອາ​ຈານ,ພະນັກງານລາວ - ảnh 2(ທ່ານ ຄຳໂກ ຈັນທະວົງ, ຮອງຫົວໜ້າສະຖາບັນຍຸຕິທຳພາກກາງຂອງລາວ)

ໂດຍຕາງໜ້າໃຫ້ພະນັກງານເຂົ້າຮ່ວມຊຸດເຝິກອົບຮົມ, ທ່ານ ຄຳໂກ ຈັນທະວົງ, ຮອງຫົວໜ້າສະຖາບັນຍຸຕິທຳພາກກາງຂອງລາວ, ຫົວໜ້າຄະນະເຂົ້າຮ່ວມຊຸດເຝິກອົບຮົມ ໃຫ້ຮູ້ວ່າ.

(ຄຳໂກ ຈັນທະວົງ, ຮອງຫົວໜ້າສະຖາບັນຍຸຕິທຳພາກກາງຂອງລາວ)

 

        ໃນການຮຽນເປັນເວລາເກືອບ 3 ເດືອນ, ບັນດາສຳມະນາກອນຈະໄດ້ຮຽນຮູ້ ແລະ ຄົ້ນຄວ້າ ແລະ ປະຕິບັດທັກສະ ການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ. ນອກຈາກທີ່ຮຽນຢູ່ຫ້ອງຮຽນແລ້ວ, ບັນດາສຳມະນາກອນຈະລົງຕົວຈິງຢູ່ບາງແຂວງ, ນະຄອນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ