ພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 22 ພຶດສະພາ, ທີ່ມົດສະກູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry A.Medvedev ໄດ້ເຂົ້າຮ່ວມພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ.

 ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ຂອງ 2 ປະເທດຈະແມ່ນໂອກາດຮ່ວມມືຢ່າງແທ້ຈິງ, ຮອບດ້ານໃນທຸກຂົງເຂດ. ທ່ານກ່າວວ່າ:

        ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍຫລັງເຫດການປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ, ຈະນັບມື້ນັບມີປະຊາຊົນ 2 ປະເທດຫລາຍຄົນເລືອກເອົາ ຫວຽດນາມ ແລະ ສະຫະພັນ ລັດເຊຍ ແມ່ນສະຖານທີ່ໄປເຮັດວຽກ, ທ່ອງທ່ຽວ, ຮ່ຳຮຽນໃຫ້ແກ່ຕົນເອງ ແລະ ຄອບຄົວ ກໍ່ຄືນັບມື້ນັບມີຫລາຍວິສາຫະກິດ 2 ປະເທດຊອກໄດ້ໂອກາດທຳມາຫາກິນ, ຮ່ວມມືກັນ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ - ảnh 1 ພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry A.Medvedev ກໍ່ຢືນຢັນເຖິງລັກສະນະພິເສດ, ຫລາຍດ້ານຂອງການຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ ແລະ ຄວາມຕັດສິນໃຈຂອງທັງ 2 ຝ່າຍແມ່ນຮັດແໜ້ນ ແລະ ປັບປຸງການພົວພັນນີ້ ດ້ວຍທຸກວິທີທາງ. ທ່ານກ່າວວ່າ:

ສຳລັບພວກຂ້າພະເຈົ້າແລ້ວ, ເລື່ອງຢູ່ ຫວຽດນາມ ພວກເພື່ອນນິຍົມ ແລະ ຕີລາຄາສູງວັດທະນະທຳ, ສິລະປະຄຼາດຊິກບູຮານ ແລະ ທັນສະໄໝຂອງ ລັດເຊຍ ແມ່ນສຳຄັນທີ່ສຸດ. ແລະ ຊາວ ລັດເຊຍ ພວມນັບມື້ນັບຄົ້ນຫາປະຫວັດສາດອັນອຸດົມສົມບູນ, ຈິດຕະກຳ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ ຢ່າງກ້ວາງຂວາງກ່ວາ ໃຫ້ແກ່ຕົນເອງ. ປະຊາຊົນຂອງພວກຂ້າພະເຈົ້າ ຍາມໃດກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພວກເພື່ອນ. ປະຈຸບັນ, ໄວໜຸ່ມ ຫວຽດນາມ ຍັງນິຍົມຮຽນພາສາ ລັດເຊຍ, ຮ່ຳຮຽນ, ຄົ້ນຄວ້າຢູ່ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ