ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ

(VOVWORLD) - ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອຂອງລາວ ຄັ້ງທຳອິດໃນລະດູແລ້ງ 2018 – 2019.
ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ - ảnh 1ພິທີໄວ້ອາໄລ ຢູ່ແຂວງ ອຸດົມໄຊ

ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ໄດ້ດຳເນີນພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມກັບຄືນປະເທດ. ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອຂອງລາວ ຄັ້ງທຳອິດໃນລະດູແລ້ງ 2018 – 2019.

        ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ, ຮອງຫົວໜ້າການເມືອງທະຫານເຂດ 2, ໄດ້ສະແດງຄວາມຂອບໃຈອຳນາດການປົກຄອງ, ແລະ ປະຊາຊົນແຂວງ ອຸດົມໄຊ ທີ່ໄດ້ຈັດຕັ້ງພິທີໄດ້ອາໄລຫາ ແລະ ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍນ້ຳໃຈເພື່ອນມິດສະຫາຍອ້າຍນ້ອງ.

        ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງອັດຖິຈຳນວນດັ່ງກ່າວຈະຈັດຂຶ້ນໃນວັນທີ 14 ທັນວາ ຢູ່ສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ໋, ແຂວງ ດ້ຽນບຽນ.

ຕອບກັບ

ຂ່າວ/ບົດ​ອື່ນ