ພິທີໄວ້ອາໄລ ແລະ ປົງ 25 ອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

(VOVWORLD) - 25 ອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໂດຍກອງທ້ອນໂຮມຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ຊອກເຫັນ
ພິທີໄວ້ອາໄລ ແລະ ປົງ 25 ອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1ພິທີປົງອັດຖິຈັດຕັ້ງຢູ່ແຂວງ ດ້ຽນບຽນ

ວັນທີ 15 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງ 25 ອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ມາຝັງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ.

        25 ອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໂດຍກອງທ້ອນໂຮມຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ຊອກເຫັນ, ຄົ້ນຫາດ້ວຍການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນ 2 ປະເທດ, ພິເສດແມ່ນອຳນາດການປົກຄອງທ້ອງຖິ່ນບັນດາແຂວງຂອງລາວ.

        ທີ່ພິທີ, ທ່ານ ເລວັນກູ໋ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ສົ່ງຄຳຂອບອົກຂອບໃຈເຖິງພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວໄດ້ສະຫງວນອາລົມຈິດອັນດີງາມ, ຖືທະຫານອາສາສະໝັກ ຫວຽດນາມຄືລູກຫຼານຄີງ, ອູ້ມຊູຊ່ວຍເຫຼືອ, ຮຽງບ່າຮຽງໄຫຼ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນຕໍ່ສູ້ ແລະ ຍາດເອົາໄຊຊະນະ.

        ນີ້ແມ່ນຄັ້ງທີ 2 ໃນປີ 2018, ທີ່ອຳນາດການປົກຄອງແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງອັດຖິນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບມາບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ