ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢ່າງສົມກຽດ

(VOVWORLD) - ແມ່ນຄະນະຜູ້ຕາງໜ້າຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຂົ້າໄວ້ອາໄລກ່ອນ. ຈາກນັ້ນ, ແມ່ນຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນຫົວໜ້າຄະນະເຂົ້າໄວ້ອາໄລ
ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢ່າງສົມກຽດ - ảnh 1ພາບປະກອບ

ຕອນເຊົ້າວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລລະດັບຊາດທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ໂດ໊ເມື່ອຍ. ຄະນະຈັດຕັ້ງພິທີງານສົບມີສະມາຊິກ 39 ທ່ານໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ.

        ຕອນເຊົ້າວັນທີ 6 ຕຸລາ, ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ຈັດຕັ້ງຢ່າງສົມກຽດຢູ່ຫໍທຳພິທີງານສົບແຫ່ງຊາດ ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ (ສະຖານທີ່ຕັ້ງສົບ) ແລະ ຢູ່ຫໍປະຊຸມ ທົ໊ງເຍິດ (ທີ່ນະຄອນໂຮ່ຈີມິນ).

       ທຳອິດ, ແມ່ນຄະນະຜູ້ຕາງໜ້າຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຂົ້າໄວ້ອາໄລກ່ອນ. ຈາກນັ້ນ, ແມ່ນຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ຕໍ່ໄປແມ່ນຄະນະຜູ້ແທນສຳນັກງານປະທານປະເທດ ຫວຽດນາມ ໂດຍທ່ານນາງຮັກສາການປະທານປະເທດ ດັ້ງທິງອັກທິ້ງ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະລັດຖະບານເຂົ້າໄວ້ອາໄລ. ຄະນະຜູ້ແທນສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນຫົວໜ້າຄະນະ. ຈາກນັ້ນ, ແມ່ນຄະນະຜູ້ແທນສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເຈິ່ນແທງເໝິນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ.

ເມື່ອຂຽນໃສ່ປື້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ, ເຊິ່ງເປັນການນຳທີ່ດີເດັ່ນ, ມີອິດທິພົນຊື່ສຽງຂອງພັກ, ລັດ ແລະ ປະຊາຊົນ, ເປັນສະມາຊິກພັກກອມມູນິດທີ່ເປັນແບບຢ່າງ, ອົງອາດກ້າຫານ, ຕະຫຼອດຊີວິດທ່ານໄດ້ສູ້ຊົນ, ເສຍສະຫຼະເພື່ອອຸດົມຄະຕິເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ເພື່ອຄວາມຜາສຸກຂອງປະຊາຊົນ, ຜູ້ມີຄຸນງາມຄວາມດີ, ມີການອຸທິດສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະໃນກິດຈະການ ປ່ຽນແປງໃໝ່, ສ້າງສາປະເທດຊາດ. ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢ່າງສົມກຽດ - ảnh 2ຄອບຄົວ, ຍາດຕິພີ່ນ້ອງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຂົ້າໄວ້ອາໄລ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂຽນວ່າ: ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ດຳລົງຫຼາຍຕຳແໜ່ງທີ່ສຳຄັນຂອງພັກ ແລະ ລັດຖະບານ, ໄດ້ສ້າງຂີດໝາຍຫຼາຍຢ່າງໃນຫຼາຍຕຳແໜ່ງທີ່ແຕກຕ່າງກັນ. ພິເສດ, ດ້ວຍແນວຄວາມຄິດປ່ຽນແປງໃໝ່ຢ່າງແຮງນັ້ນ ຫວຽດນາມ ກຽມພ້ອມແມ່ນເພື່ອນມິດຂອງບັນດາປະເທດ ທັງໝົດ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເປີດໄລຍະໃໝ່ໃນການພົວພັນຕ່າງປະເທດ, ສ້າງບັນດາບາດກ້າວທີ່ມີລັກສະນະບຸກທະລຸໃນການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ແລະ ກໍ່ໃນວັນທີ 6 ຕຸລາ, ມີຄະນະຜູ້ແທນຫຼາຍຄະນະຂອງບັນດາອົງການ, ຄະນະຂະແໜງການ, ອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທ້ອງຖິ່ນໃນທົ່ວປະເທດ ແລະ ເພື່ອນມິດສາກົນໄດ້ມາວາງພວງມາລາໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ໃນວັນທີ 6 – 7 ຕຸລາ, ສະຖານທູດ ຫວຽດນາມ ຢູ່ປະເທດຕ່າງໆກໍ່ໄດ້ເປີດປື້ມ ແລະ ຈັດພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ