ພິທີໄຫວ້ອາໄລ, ປົງອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກຳປູເຈຍ

(VOVWORLD)-ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນພິທີໄຫວ້ອາໄລ ແລະ ສວດມົນພາວະນາໃຫ້ດວງວິນຍານບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ ສົ່ງກັບເມືອຫວຽດນາມ.ຕອນບ່າຍວັນທີ 16/05, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງດັກລັກ ໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະສົງຄາມຢູ່ກຳປູເຈຍ 14 ຊຸດ. 

ພິທີໄຫວ້ອາໄລ, ປົງອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກຳປູເຈຍ - ảnh 1 ພິທີໄຫວ້ອາໄລດວງວິນຍານບັນດານັກຮົບອາສາສະໝັກ

ແລະ ນັກຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ 

(ພາບ: TTXVN)

ທີ່ພິທີ, ບັນດາຜູ້ແທນໄດ້ຢືນຢັນວ່າ, ການເສຍສະຫຼະຊີວິດຂອງນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ໃນເຂດດິນແດນປະເທດລາວ ແມ່ນການເສຍສະຫຼະຊີວິດອັງສູງສົງເພື່ອນ້ຳໃຈມິດຕະພາບຂອງ 2 ປະເທດ, ແມ່ນຄວາມເອກອ້າງຖະນົງໃຈໃນພາລະກິດຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບຂອງ 2 ຊາດຫວຽດນາມ - ລາວ.

ແລະກໍ່ໃນຕອນບ່າຍວັນທີ 16/05, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງດັກລັກ ໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະສົງຄາມຢູ່ກຳປູເຈຍ 14 ຊຸດ. ເລື່ອງຊອກຫາ, ນຳອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກັບເມືອຫວຽດນາມ ແມ່ນເພື່ອແນໃສ່ຕອບບູນແທນຄຸນບັນດານັກຮົບທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອປະຕິບັດໜ້າທີ່ສາກົນຢ່າງສູງສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ