ພິທີໄຫວ້ອາໄລ,ປົງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄຫວ້ອາໄລ,ປົງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 14/5, ຢູ່​​ເຂດສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ບາ​ໂຢກ, ​ເມືອງ ​ໂບ່​ແຈກ, ​ແຂວງ ກວາງ​ບີ່​ງ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ ​ແລະ ປົ່ງ​ອັດຖິທະຫານ​ອາສາ​ສະໝັກ​ແລະນັກ​ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ 32 ຊຸດ. ບັນດາ​ຜູ້​ແທນ​ພ້ອມ​ກັບ​ປະຊາຊົນ​ເປັນ​ຈຳນວນ​ຫຼາຍ​ໄດ້​ຖະຫວາຍ​ທູບ​ທຽນ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ຂອງຕົນ​ເພື່ອພາລະກິດປົດ​ປ່ອຍປະ​ເທດ​ລາວ. ບັນດາ​ວິລະ​ກຳຂອງ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ໜ້າ​ປະຫວັດສາດຄຳ​ຂອງ 2 ຊາດ​​ເພີ່ມ​ຄວາມ​ສະຫງ່າ​ລາສີ​ຂຶ້ນ​ຕື່ມ, ພ້ອມ​ທັງ​ຮັດ​ແໜ້ນນ້ຳ​ໃຈ​ສັດ​ຊື່​ບໍລິສຸດ, ຄວາມ​ສາມັກຄີ ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ.


ຂ່າວ/ບົດ​ອື່ນ