ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ 2019 ໄດ້ດຳເນີນໄປຢ່າງສົມກຽດ

(VOVWORLD) - ຕອນເຊົ້າວັນທີ 14 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ທີ່ຫໍ ກີ໋ງທຽນ ຢູ່ຍອດພູ ເຫງຍຫລີງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດພິເສດແຫ່ງຊາດວິຫານຮຸ່ງ, ໄດ້ດຳເນີນພິທີຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດຮຸ່ງ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ. 
ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ 2019 ໄດ້ດຳເນີນໄປຢ່າງສົມກຽດ - ảnh 1 ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ 2019 ໄດ້ດຳເນີນໄປຢ່າງສົມກຽດໃນທົ່ວປະເທດ (ພາບ: nld.vn)

ເຂົ້າຮ່ວມພິທີຖະຫວາຍທູບທຽນມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ການນຳບາງແຂວງ, ນະຄອນທ້ອງຖິ່ນ ແລະ ປະຊາຊົນຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ.

        ພາຍຫລັງພິທີຖະຫວາຍທູບທຽນຢູ່ວິຫານເທື້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນໄດ້ວາງພວງມາລາ ແລະ ຈູດທູບຢູ່ສຸສານເຈົ້າຊີວິດຮຸ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ