ພື້ນຖານເສດຖະກິດຫວຽດນາມມີຄວາມສາມາດບົ່ມຊ້ອນເຕີບໂຕຢ່າງແຂງແຮງ

(VOVWORLD) -ຕາມຕາຕະລາງຈັດອັນດັບຄວາມໄວ້ວາງໃຈ Moody’s ແລ້ວ, ໃນວັນທີ 10 ສິງຫາ ໄດ້ຄາດຄະເນວ່າ ເສດຖະກິດຂອງຫວຽດນາມ ຈະເຕີບໂຕໃນລະດັບ 6,4%/ປີ ໃນໄລຍະ 2018 – 2022. 
ພື້ນຖານເສດຖະກິດຫວຽດນາມມີຄວາມສາມາດບົ່ມຊ້ອນເຕີບໂຕຢ່າງແຂງແຮງ - ảnh 1 (ພາບປະກອບ: Vu Sinh/TTXVN)

Moody’s ປະເມີນວ່າ ເສດຖະກິດຂອງຫວຽດນາມມີຄວາມສາມາດບົ່ມຊ້ອນເຕີບໂຕຢ່າງແຂງແຮງ ຢູ່ໃນລະດັບປະມານ 6,5%. ດ້ວຍການໜູນຊ່ວຍຈາກການນໍາໃຊ້ແຫຼ່ງແຮງງານ ແລະ ທຶນຮອນໃນພື້ນຖານເສດຖະກິດ ຢ່າງມີປະສິດທິຜົນ. ພື້ນຖານເສດຖະກິດຫວຽດນາມ ມີທັງກໍາລັງແຮງດ້ານເສດຖະກິດ ກໍຄືລະດັບການເຕີບໂຕ ແລະ ກໍາລັງແກ້ງແຍ້ງສູງ ເມື່ອກໍາລັງຫັນທິດການພັດທະນາໄປສູ່ບັນດາຂົງເຂດທີ່ມີມູນຄ່່າເພີ່ມສູງ. Moody’s ກໍຍົກອັນດັບຄວາມໄວ້ວາງໃຈຂອງຫວຽດນາມ ຈາກ B1 ຂຶ້ນເປັນ Ba3 ແລະ ດັດປັບແງ່ຫວັງຈາກຕັ້ງໜ້າກ້າວໄປສູ່ຄວາມມີສະຖຽນລະພາບ.

        ຕາມ Moody’s ແລ້ວ, ດ້ວຍບັນດາມາດຕະການທີ່ເໝາະສົມໃນໄລຍະຜ່ານມາ,ເສດຖະກິດຫວຽດນາມ ໄດ້ ແລະ ກໍາລັງສະແດງໃຫ້ເຫັນເຖິງການພັດທະນາແບບຍືນຍົງ ແລະ ການເຕີບໂຕເສດຖະກິດ ກໍໄດ້ຮັກສາລະດັບໄດ້ດີກວ່າທີ່ໄດ້ຄາດຄະເນໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ