ພົນເອກ ໂງຊວນລີກ ເຂົ້າຮ່ວມການພົບປະບໍ່ເປັນທາງການທີ່ກອງປະຊຸມ ADMM+1

(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 11 ຢູ່ ຟີລິບປິນ, ຕອນບ່າຍວັນທີ 23 ຕຸລາ, ໄດ້ຈັດຕັ້ງບັນດາການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດຄື: ຈີນ, ຍີ່ປຸ່ນ ແລະ ອາເມລິກາ. 
 
ພົນເອກ ໂງຊວນລີກ ເຂົ້າຮ່ວມການພົບປະບໍ່ເປັນທາງການທີ່ກອງປະຊຸມ ADMM+1 - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ ADMM

ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລີກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕີລາຄາສູງການສະໜັບສະໜູນຂອງຈີນຕໍ່ບົດບາດໃຈກາງຂອງ ອາຊຽນ ກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າຂອງຈີນ ໃນການສ້າງບັນດາກົນໄກການຮ່ວມມືປ້ອງກັນປະເທດໂດຍ ອາຊຽນ ສວມບົດບາດເປັນເຈົ້າພາບຄື ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ແລະ ARF ໃນໄລຍະຜ່ານມາ. ເວລາຜ່ານມາ, ອາຊຽນ ແລະ ຈີນ ໄດ້ສ້າງສຳເລັດກອບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Itsunori Onodera, ທ່ານລັດຖະມົນຕີ Itsunori Onodera ຢືນຢັນວ່າ: ຍີ່ປຸ່ນ ສະໜັບສະໜູນ ບົດບາດໃຈກາງຂອງ ອາຊຽນ. ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາຈະຊ່ວຍ ອາຊຽນ ເພີ່ມທະວີກຳລັງ, ພິເສດແມ່ນກ່ຽວກັບເຕັກໂນໂລຢີ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານ “ວິໄສທັດ ວຽງຈັນ”.

        ໃນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ James Mattis ແບ່ງປັນທັດສະນະຂອງ ອາເມລິກາ ກ່ຽວກັບການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງປອດໄພທາງທະເລ ແລະ ເນັ້ນໜັກເຖິງເລື່ອງ ອາເມລິກາ ສະໜັບສະໜູນການປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ