ພົນເອກວໍຫງວຽນຢ໋າບຍາມໃດກໍຍືນຍົງຄົງຕົວໃນດວງໃຈຂອງປະຊາຊົນຫວຽດນາມແລະເພື່ອນມິດສາກົນຕະຫຼອດການ

ພົນເອກວໍຫງວຽນຢ໋າບຍາມໃດກໍຍືນຍົງຄົງຕົວໃນດວງໃຈຂອງປະຊາຊົນຫວຽດນາມແລະເພື່ອນມິດສາກົນຕະຫຼອດການ - ảnh 1
(ພົນ​ເອກ ວໍ​ຫງວຽນ​ຢ໋າບ)

(vovworld) - ວັນ​ທີ 25/08/2016 ເຊິ່ງ​ແມ່ນ​ວັນສະ​ເຫຼີມ​ສະ​ຫຼອງ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ພົນ​ເອກ ວໍ​ຫງວຽນ​ຢ໋າບ, ເຊິ່ງ​ເປັນ​ລູ​ກ​ສິດ​ທີ່​ດີ​ເດັ່ນ ແລະ ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ປະ​ທານ​ໂຮ່​ຈິ​ມິນ. ສຳ​ລັບ​ປະ​ຊາ​ຊົນ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ໃນ​ໂລກ, ​ຍາມ​ໃດພົນ​ເອກ ວໍ​ຫງວຽນ​ຢ໋າບ ກໍ​ໄດ້​​ຮັບ​ການເຕື້ອງ​ເຖິງ​ດ້ວຍ​ຄວາມ​ເຄົາ​ລົບພິ​ເສດ. ປະ​ລິ​ຍາ​ໂທ ເຈີນ​ວັນ​ຄອຍ, ສະ​ຖານ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ຢືນ​ຢັນ​ວ່າ, ​ພົນ​ເອກ ວໍ​ຫງວຽນ​ຢ໋າບ ແມ່ນ​ນັກ​ຍຸດ​ທະ​ສາດ​ການ​ທະ​ຫານມີ​ຄວາມ​ປີ​ຊາ​ສາ​ມາດ.

        “​ພົນ​ເອກ ວໍ​ຫງວຽນ​ຢ໋າບ ຮັບ​ໜ້າ​ທີ່ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ ​ນັບ​ແຕ່​ເວ​ລາ​ໄດ້​ຮັບ​ການກໍ່​ສ້າງ​ຕັ້ງ​ ​ໃຫ້​ກາ​ຍ​ເປັນ​ກຳ​ລັງ​ຫຼັກ​ແຫຼ່ງ​​ໃນການ​ລຸກ​ຮື້​ຂຶ້ນ​ຄັ້ງ​ໃຫຍ່​​ຂອງ​ການປະ​ຕິ​ວັດ​ເດືອນ 8  ແລະ ແມ່ນ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​​ສົງ​ຄາມຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ. ທີ່ 2, ກ່ຽວ​ກັບ​ການ​ວາງ​ແຜນ​ຍຸດ​ສາດ, ຍຸດ​ທະ​ວິ​ທີ ແລະ ສິ​ລະ​ປະ​ການ​ທະ​ຫານ​ຫວຽດ​ນາມ ຂອງພົນ​ເອກ ວໍ​ຫງວຽນ​ຢ໋າບ ແມ່ນ​ບໍ່​ອາດແຍກອອກລະ​ຫວ່າງວັດ​ທະ​ນະ​ທຳ​ມະ​ນຸ​ດ​, ​ການ​ເມືອງ​ປະ​ຊາ​ຊົນ, ຄຸນ​ສົມ​ບັດ​ປະ​ຕິ​ວັດ ເຊິ່ງ​ປະ​ທານ​ໂຮ່​ຈ​ິ​ມິນ ໄດ້​ສືບ​ທອດ​ໃຫ້ພົນ​ເອກ ວໍ​ຫງວຽນ​ຢ໋າບ ໄດ້”.

        ບໍ່​ພຽ​ງ​ແຕ່​ແມ່ນພົນ​ເອກທີ່​ມີ​ຊື່​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເທົ່​ານັ້ນ, ພົນ​ເອກ ວໍ​ຫງວຽນ​ຢ໋າບ ຍັງ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຂົງ​ເຂດ​ສຶກ​ສາ, ສື່​ມວນ​ຊົນ, ການ​ທູດ, ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ອີກ​ດ້ວຍ. ສຳ​ລັບ​ເພື່ອນ​ມິດ​ສາ​ກົນ, ພົນ​ເອກ ວໍ​ຫງວຽນ​ຢ໋າບ ຍັງ​ເຮັ​ດ​ໃຫ້​ທົ່ວ​ໂລ​ກ​ນັບ​ຖື​ຫວຽດ​ນາມ, ເຊື່ອ​ໝັ້ນ​ຕໍ່​ຫວຽດ​ນາມ ອ​ີກ​ດ້ວຍ.

ຂ່າວ/ບົດ​ອື່ນ