ພົນໂທ ຫງວຽນຈີວີ້ງ ຕີລາຄາຢ່າງຕັ້ງຫນ້າການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ປີ 2017

(VOVWORLD) -ເມື່ອຕອບຄຳຖາມກ່ຽວກັບໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ດຳເນີນຢູ່ ນະຄອນຫລວງ ວໍຊີງຕັນ ເມື່ອວັນທີ 15-18 ຕຸລາ, 

ພົນໂທ ຫງວຽນຈີວີ້ງ ຕີລາຄາຢ່າງຕັ້ງຫນ້າການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ປີ 2017 - ảnh 1ພົນໂທ ຫງວຽນຈີວີ້ງ ພ້ອມດ້ວຍຄະນະຜູ້ແທນການທະຫານຫວຽດນາມ ຖ່າຍຮູບກັບສະມາຊິກສະພາສູງ ອາເມລິກາ  Patrick Leahy

ພາບ:TTXVN

ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ: ການເຈລະຈາຄັ້ງນີ້ສ່ວນຫລາຍແມ່ນເພື່ອແນໃສ່ຫັນບັນດາເນື້ອໃນຊື່ງທ່ານລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເປັນເອກະພາບໃຫ້ເປັນລະອຽດ. ຫນຶ່ງໃນບັນດາເນື້ອໃນຈຸດສຸມແມ່ນ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນສົງຄາມຢູ່ຫວຽດນາມ. ຕາມທ່ານ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລ້ວ, ບັນດາເຈົ້າຫນ້າທີ່ ອາເມລິກາ ໄດ້ເປັນເອກະພາບກັບ ຝ່າຍຫວຽດນາມວ່າ: ນີ້ແມ່ນຫນຶ່ງໃນບັນດາເນື້ອໃນຮ່ວມມືບັນລຸໝາກຜົນຕັ້ງຫນ້າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ສ້າງພື້ນຖານ, ຄວາມໄວ້ເນື້ອເຊື່ອໃຈໃຫ້ອະນາຄົດຮ່ວມມືລະຫວ່າງສອງຝ່າຍ. ກະຊວງປ້ອງກັນປະເທດ ອາເມລິກາ ກໍຢືນຢັນວ່າ: ຈະຕັ້ງຫນ້າຫນູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ທາດພິດສີສົ້ມດີໂອຊີນ, ຊອກຄົ້ນບັນດານັກຮົບຫວຽດນາມທີ່ຖືກຫາຍສາບສູນໃນສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ