ພົນໂທຫງວຽນຈີ໋ວິ້ງຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ

ພົນໂທຫງວຽນຈີ໋ວິ້ງຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
ພົນ​ໂທ ຫງວຽນ​ຈີ໋ວິ້ງ ຕ້ອນຮັບ​ທ່ານ Scot Marciel
(ພາບ: qdnd.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/8, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Scot Marciel ຮອງ​ຜູ້​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຮັບຜິດຊອບ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຝິກ - ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ຫງວຽນ​ຈີ໋ວິ້ງ ​ເນັ້ນ​ໜັກ​ວ່າ, ​ໃນ​ຊຸ່ມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ພັດທະນາ​ຕາມ​ທ່າ​ອ່ຽງນັບ​ມື້​ນັບ​ດີ​ຂຶ້ນ. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ​ໃນ​ນັ້ນ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່​ໃນ​ບັນດາ​ຂົງ​ເຂດ​ຄື: ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ບົດຮຽນ​ກູ້​ຊ່ວຍ​ມະນຸດສະທຳ, ການຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ…

        ທ່ານ ​ Scot Marciel ໄດ້​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ໃນ​ບັນດາ​ຂົງ​ເຂດ: ​ແບ່ງປັນ​ຂໍ້​ມູນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ; ຍູ້​ແຮງ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ