ພົບປະວິສາຫະກິດ ຫວຽດນາມ - ໂອມານ

(VOVWORLD) - ຕອນບ່າຍວັນທີ 22 ເມສາ, ທີ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະຖານທູດ ໂອມານ ປະຈຳ ຫວຽດນາມ ຈັດຕັ້ງການພົບປະລະຫວ່າງວິສາຫະກິດ ຫວຽດນາມ ແລະ ໂອມານ. 
ພົບປະວິສາຫະກິດ ຫວຽດນາມ - ໂອມານ - ảnh 1ທີ່ການພົບປະ (ພາບ: BNEWS/TTXVN)

ຄະນະຜູ້ແທນໂອມານ ລວມມີວິສາຫະກິດ ໂອມານ 12 ແຫ່ງ ພວມມາຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດ, ຮ່ວມມືຢູ່ ຫວຽດນາມ. ທ່ານ Hamed Said Nasser Al Rubkhi, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ໂອມານ ໃຫ້ຮູ້ວ່າ: ໂອມານ ແມ່ນປະເທດທີ່ມີສະພາບແວດລ້ອມແຫ່ງການດຶງດູດການລົງທຶນສະດວກ ແລະ ເປັນປະຕູດ້ານການຄ້າໂດຍກົງຂອງບັນດາປະເທດສະຫະລັດ ອາຣັບ ເອມີເລດ ດ້ວຍບັນດາທ່າກ່ຳປັ່ນຂົນສົ່ງສິນຄ້າໄປຍັງບັນດາປະເທດໃນໂລກ. ນີ້ແມ່ນປະເທດດຶງດູດການລົງທຶນ ຍ້ອນມີທີ່ຕັ້ງຍຸດທະສາດ, ການລົງທຶນເປັນປົກກະຕິ, ບໍ່ເສຍອາກອນລາຍຮັບສ່ວນຕົວ…ດັ່ງນັ້ນ, ເລື່ອງຊຸກຍູ້ການພົວພັນແລກປ່ຽນການຄ້າລວມທັງດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ແມ່ນເລື່ອງຄວນໄດ້ຮັບການເພີ່ມທະວີຫລາຍກ່ວາອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ