ພົບປະສົນທະນາ ອາຊຽນ - ອີຢູ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) - ການພົບປະສົນທະນາ ອາຊຽນ - ອີຢູ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແມ່ຍິງ ແລະ ເດັກຍິງ ໄດ້ຈັດຕັ້ງໃນວັນທີ 22 ຕຸລາ ຢູ່ຮ່າໂນ້ຍ. 
ພົບປະສົນທະນາ ອາຊຽນ - ອີຢູ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 ທີ່ການພົບປະສົນທະນາ ອາຊຽນ - ອີຢູ (ພາບ: TTXVN)

ການພົບປະສົນທະນາໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບຄະນະເລຂາ ອາຊຽນ, ຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ແລະ ໂຄງການເພີ່ມທະວີການເຈລະຈາ ອີຢູ - ອາຊຽນ ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໄດ້ຈັດຕັ້ງໃນຂອບເຂດກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ຄັ້ງທີ 3 ຢູ່ ຫວຽດນາມ.

       ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະສົນທະນາໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ, ບັນດາປັດໄຈ, ຍຸດທະສາດຊ່ວຍການຮ່ວມມື, ຈັດຕັ້ງ, ປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ລະດັບພາກພື້ນ ແລະ ລະດັບຊາດຂອງ ອາຊຽນ ແລະ ອີຢູ. ກຳນົດຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແມ່ຍິງໃນການເຮັດວຽກ, ບົນພື້ນຖານນັ້ນ ກຳນົດບັນດາການກະທຳ, ຂົງເຂດການຮ່ວມມືລະອຽດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ