ພະບາດສົມເດັດພະເຈົ້າມະຫາຊີວິດໄທໃຫ້ສັດຕະຍາບັນບັນຊີລາຍຊື່ຄະນະລັດຖະບານຊົ່ວຄາວ

ພະບາດສົມເດັດພະເຈົ້າມະຫາຊີວິດໄທໃຫ້ສັດຕະຍາບັນບັນຊີລາຍຊື່ຄະນະລັດຖະບານຊົ່ວຄາວ - ảnh 1
ທ່ານນາຍົກລັດຖະມົນຕີຊົ່ວຄາວໄທ ​ປະຢຸດ ຈັນ​​ໂອ​ຊາ
ພາບ:hanoi.com.vn


(vovworld)- ວັນ​ທີ 31/8, ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ​ໄທ ​ໄດ້​ໃຫ້​ສັດຕະ​ຍາ​ບັນ ບັນຊີລາຍ​ຊື່ ຄະນະ​ລັດຖະບານ​ຊົ່ວຄາວ​ໄທ ​ໂດຍ​ນາຍົກລັດຖະມົນຕີ ​ປະຢຸດ ຈັນ​​ໂອ​ຊາ ຍື່ນ​ສະ​ເຫ​ນີ. ຕາມ​ນັ້ນ​ແລ້ວ, ຄະນະ​ລັດຖະບານ​ໃຫມ່ ລວມມີສະມາຊິກ 32 ທ່ານ,​​ໃນ​ນັ້ນ ມີ​ຮອງ​ນາຍົກລັດຖະມົນຕີ 5 ທ່ານ. ຕາມ​ບັນຊີ​ລາຍຊື່​ດັ່ງກ່າວ​ແລ້ວ, ບັນດາ​ກະຊວງ​ສຳຄັນ​ອື່ນ ຄື: ຍຸຕິ​ທຳ, ການ​ຄ້າ, ຄົມມະນາຄົ​ມຂົນ​ສົ່ງ, ຊັບພະ​ຍາກ​ອນສິ່ງ​ແວດ​ລ້ອມ, ​ແຮງ​ງານ, ການ​ສຶກສາ ລ້ວນ​ແຕ່​​ແມ່ນ ນາຍ​ພົນ, ອະດີດ​ນາຍ​ພົນ​ຕຳຫລວດ ​ແລະ ກອງທັບ ຮັບຜິດຊອບ. ກ່ອນ​ຫນ້າ​ນັ້ນ​​ໃນ​ວັນ​ດຽວ​ກັນ, ນາຍ​ພົນ ປະຢຸດ ຈັນ​​ໂອ​ຊາ ​ໄດ້​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແຫ​ນ່ງ​ເປັນ​ນາຍົກລັດຖະມົນຕີ ຊ່ົວຄາວ​ໄທ.

ຂ່າວ/ບົດ​ອື່ນ