ພະບາດສົມເດັດມະຫາຊີວິດໄທວະຈີຣາລົງກອນ ຈະຂຶ້ນຄອງລາດໃນທ້າຍປີນີ້

ພະບາດສົມເດັດມະຫາຊີວິດໄທວະຈີຣາລົງກອນ ຈະຂຶ້ນຄອງລາດໃນທ້າຍປີນີ້ - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດໄທ ວະ​ຈີ​ຣາ​ລົງ​ກອນ
(ພາບ: AFP/TTXVN)

(vovworld) – ​​ວັນ​ທີ 21/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ​ວິດ​ຊານ​ູ ເຄືອ​ງາມ ໃຫ້​ຮູ້​ວ່າ: ພິ​ທີຂຶ້​ນ​ຄອງ​ລາດຂອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດໄທ ວະ​ຈີ​ຣາ​ລົງ​ກອນ ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ປີນີ້, ພາຍຫຼັງ​ພິ​ທີລາດ​ຊະ​ຊາ​ປະ​ນະ​ກິ​ດ​ສົບຂອງ​ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພ​ູ​ມີ​ພົນ ອາ​ດຸນ​ຍະ​ເດັດ. ເມື່ອ​ຕອບ​ສ​ຳ​ພາດຕໍ່​ນັກ​ຂ່າວ, ​ທ່ານ ເຄືອ​ງາມ ໄດ້​ເວົ້າ​ວ່າ: “ໃນ​ທ້າຍ​ປີນີ້​ຈະ​ດຳ​ເນີນ​ພິ​ທີຂຶ້​ນ​ຄອງ​ລາດ”, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານບໍ່​ໄດ້​ເວົ້າ​ລະ​ອຽດ​ແມ່ນ​ເດືອນ​ໃດ. ກ່ອນ​ໜ້ານັ້ນ, ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໄທ ແລະ ສາ​ກົນ​ລ້ວນ​ແຕ່​ຄັດ​ສະ​ເໜີ​ແຫຼ່ງ​ຂ່າວ​ທີ່​ວ່າ ພິ​ທີລາດ​ຊະ​ຊາ​ປະ​ນະ​ກິ​ດ​ສົບພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພ​ູ​ມີ​ພົນ ອາ​ດຸນ​ຍະ​ເດັດ ຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ເວ​ລາ 5 ວັນທ້າ​ຍ​ເດືອນ 10. ພິ​ທີຂຶ້​ນ​ຄອງ​ລາດຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ​ອົງ​ໃໝ່​ແມ່ນ​ຂີດ​ໝາຍ​ຂອງ​ການ​ກັບ​ຄືນ​​ສູ່ການ​ເຄື່ອນ​ໄຫວ​ການ​ເມືອງ, ສັງ​ຄົມ​ເປັນ​ປົກ​ກະ​ຕິ ພາຍຫຼັງ​ ​ໄວ້​ທຸກມາ​ເປັນເວ​ລາ 1 ປີ ແລະ ຫຼັງ​ຈາກນັ້ນ​ຈະ​ເລີ່ມ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ປີ 2018.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ​ ຈັນ​ໂອ​ຊາ ເວົ້າ​ວ່າ: ຄຳ​ສັ່ງ​ຫ້າມ​ໂຮມ​ປະ​ຊຸມ​ການ​ເມືອງ​ຈະ​ຖືກ​ຍົກ​ເລິກ​ພາຍຫຼັງ​ພິ​ທີຂຶ້​ນ​ຄອງ​ລາດ ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດອົງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ