ພະສົງສຳມະເນນ,ພຸດທະສາສະນິກກະຊົນປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນຫຼວງ

ພະສົງສຳມະເນນ,ພຸດທະສາສະນິກກະຊົນປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນຫຼວງ - ảnh 1
ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້ ອວຍ​ພອນ​ສະ​ມາ​
ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​​ບຸນວິສາ​ຂະ​ບູ​
ຊາ 2015 ພ​ສ 2559
(ພາບ: baomoi.com)

(vovworld) – ​​ ​​ວັນ​ທີ 27/5, ຢູ່​ສຳ​ນັ​ກ​ງານ​ຂອງ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ນະ​ຄອນຫຼວງ ຮ່າ​ໂນ​້ຍ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​​ບຸນວິສາ​ຂະ​ບູ​ຊາ 2015 ພ​ສ 2559. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້ ໄດ້​ຝາກ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ເຖິງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຕ້ອນ​ຮັບ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່​ນ ແລະ ​ສະ​ຫງົບສຸກ, ເຂັ້ມ​ແຂງ, ນັບ​ມື້​ນັບ​ປະ​ກອບ​ກຳ​ລັງ​​ເຫື່ອແຮງ​ພ້ອມກ​ັບ​ປະ​ຊາ​ຊົນ​ກໍ່​ສ້າງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ປະ​ເທດ ຫວຽດ​ນາມ ເວົ້າ​ລ​ວມ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນຫຼວງ ຮ່າ​ໂນ້ຍ ຟ້າມກວາງງີ້ ປາດ​ຖະ​ໜາ ແລະ ເຊື່ອ​ໝັ້ນ​ວ່າ: ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ພ​້ອມ​ກັບ​ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ, ແບ່ງ​ປັນ​ບັນ​ດາ​ຄວາມ​ສະ​ດວກ, ສິ່ງຫຍຸ້ງ​ຍາກ​ເພື່ອ​ປະ​ກອບ​ກຳ​ລັງ​​ເຫື​່ອແຮງ​ພັດ​ທະ​ນາ​ນະ​ຄອນຫຼວງ ໃຫ້ສົມ​ກັບ​ລະ​ດັບ​ພາກ​ພື້ນ ແລະ ໂລກ.


ຂ່າວ/ບົດ​ອື່ນ