ພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

ພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ - ảnh 1
ພະເຈົ້າ​​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ, ວັນ​ທີ 28/2, ​ພະເຈົ້າ​​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ຫວຽດ​ນາມ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ ​ພະເຈົ້າ​​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ. ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ຫວຽດ​ນາມ​ ຂອງ ເຈົ້າ​​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນແມ່ນ​ເຫດ​ການ​ສຳ​ຄັນ, ມີ​ຄວາມ​ໝາຍ​​ເປັນ​ສັນ​ຍາ​ລັກ, ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ, ສະ​ແດງ​ໃຫ​້​ເຫັນ​ນ້ຳ​ໃຈ ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ ຍີ່​ປຸ່ນ ສຳ​ລັບ​ປະ​ເທດ ແລະ ປະ​ຊາ​ຊົນ ຫວຽດ​ນາມ. ຜ່ານນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ ຫວຽດ​ນາມ - ຍີ່​ປຸ່ນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຮອບ​ດ້ານ, ເພີ່ມ​ທະ​ວ​ີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ 2 ຊາດ, ຕອບ​ສະ​ໜອງ​ຄວາມ​ມຸ່ງມ​າດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.

        ການ​ຢ້ຽມ​ຢາມ​ຂອງ​ພະເຈົ້າ​​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ເຖິງ ຫວຽດ​ນາມ ຖືກ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ຮອບ​ດ້ານ​ໃນຫຼາຍ​ຂົງ​ເຂດ​ຄື: ​ການ​ເມືອງ, ເສດ​ຖະ​ກິດ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ກະ​ສິ​ກຳ, ອອກ​ແຮງ​ງານ, ວັດ​ທະ​ນະ​ທຳ…


ຂ່າວ/ບົດ​ອື່ນ