ພາກກາງຫວຽດນາມເລີ່ມເຄື່ອນໄຫວເດືອນຊາວຫນຸ່ມອາສາສະໝັກປີ2015

ພາກກາງຫວຽດນາມເລີ່ມເຄື່ອນໄຫວເດືອນຊາວຫນຸ່ມອາສາສະໝັກປີ2015 - ảnh 1
ພາບ​ປະ​ກອບ:internet

(vovworld)-ວັນ​ທີ 1/3,  ​ບັນ​ດາ​ແຂວງ,ຄະ​ນະ​ຊາວ​ຫນຸ່ມພ​າກ​ກາງ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ຫນຸ່ມ​ປີ 2015. ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ, ມີ​ສະ​ມາ​ຊິກ​ຄະ​ນະ​ຊາວ​ຫນຸ່ມກວ່າ 800 ຄົ​ນ ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ຫນຸ່​ມ ດ້ວຍ​ຫົວ​ຂໍ້​ວ່າ: “ໄວ​ຫນຸ່ມ​ນະ​ຄອນ ເຫ້ວ ຮ່ວມ​ແຮ​ງ​ຮ່ວມ​ໃຈ​ສ້າງວັດ​ທະ​ນະ​ທຳ​ຄົມ​ມະ​ນາ​ຄົມ ແລະ ວິ​ຖີ​ດຳ​ລົງ​ຊີ​ວິດ​ຕົວ​ເມືອງ​ຢ່າງ​ສີ​ວິ​ໄລ”. ໃນ​ເດືອນ​ຊາວ​ຫນຸ​່ມນີ້ ​ຈະ​ດຳ​ເນີນການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ. ອ້າຍ ວັນ​ຈູ​ງ​ຢູງ, ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ເຫ້ວ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ກ່ຽວ​ກັບ​ເວ​ທີ​ປາ​ໄສ​ຊາວ​ຫນຸ່ມ ພິ​ເສດ ສຳ​ລັບ​ຊາວ​ຫນຸ່ມ, ນັກ​ຮຽນ ພວມ​ນຳ​ໃຊ້​ລົດ​ຈັກ ແລະ ລົດ​ຖີບ​ໄຟ​ຟ້າ. ນອກນັ້ນ ພວກ​ຂ້າ​ພະ​ເຈົ້າ​ຂົນ​ຂວາຍ​ແຫລ່ງ​ລາຍ​ຈ່າຍ​ເພື່ອກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຫນູນ​ຊ່ວຍ​ໃຫ້​ແກ່​ຜູ້​ທຸກ​ຍາກ.”

ສ່ວນ​ຢູ່​ນະ​ຄອນ ດາ​ຫນັງ, ເຂົ້າ​ຮ່ວມ​ພິ​ທີ​ເລີ​່​ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ຫນຸ່ມ​ປີນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫນຸ່ມ​ປະ​ມານ 800 ຄົນ, ສັງ​ກັດ​ບັນ​ດາ​ໂຮງ​ຮຽນ, ກຳ​ລັງ​ປະ​ກອບ​ອາ​ວຸດ, ວິ​ສາ​ຫະ​ກິດ.

 

 

ຂ່າວ/ບົດ​ອື່ນ