ພາຍຫຼັງເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຫຼາຍຄົນ

(VOVWORLD) - ບັນດາຜູ້ເສຍຊີວິດຢູ່ Lombok ສ່ວນຫຼາຍແມ່ນຍ້ອນຖືກກະທົບຈາກສິ້ນສ່ວນຂອງເຮືອນຊານ, ເບຕົງ ຕົກລົງໃສ່.

ພາຍຫຼັງເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຫຼາຍຄົນ - ảnh 1ເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ

(ພາບ: Reuters)

ຮອດຮຸ່ງເຊົ້າຂອງວັນທີ 6 ສິງຫາ, ຢ່າງໜ້ອຍສຸດມີ 82 ຄົນເສຍຊີວິດ ແລະ ນັບພັນໆຄົນຖືກຮັບບາດເຈັບ ພາຍຫຼັງເຫດແຜ່ນດິນໄຫວຢ່າງແຮງເຮັດໃຫ້ເກາະທ່ອງທ່ຽວ Lombok ຂອງປະເທດ ອິນໂດເນເຊຍ ຖືກສັ່ນສະເທືອນ. ບັນດາຜູ້ເສຍຊີວິດຢູ່ Lombok ສ່ວນຫຼາຍແມ່ນຍ້ອນຖືກກະທົບຈາກສິ້ນສ່ວນຂອງເຮືອນຊານ, ເບຕົງ ຕົກລົງໃສ່.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 5 ສິງຫາ, ເຫດແຜ່ນດິນໄຫວມີຄວາມແຮງ 7 richter ໄດ້ເຮັດໃຫ້ເຂດນອກຝັ່ງທະເລທາງພາກເໜືອຂອງເກາະ Lombok ແລະ ເກາະ Bali ສັ່ນສະເທືອນ. ອົງການຫລຸດຜ່ອນໄພພິບັດທຳມະຊາດແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ສູນກາງ ແຜ່ນດິນໄຫວທີ່ເກີດຂຶ້ນມີລະດັບຄວາມເລິກ 15 ກມ, ບັງຄັບໃຫ້ປະເທດນີ້ຕ້ອງກ່າວເຕືອນກໍ່ລະນີເກີດຄື້ນຟອງຍັກຊຸນາມິແຕ່ກໍ່ໄດ້ຍົກເລີກຫຼັງຈາກນັ້ນບໍ່ດົນປານໃດ. ພາຍຫຼັງເຫດແຜ່ນດິນໄຫວນີ້ໄດ້ເກີດເຫດສັ່ນສະເທືອນທີ່ມີຄວາມແຮງພໍສົມຄວນ, ຂຶ້ນເຖິງ 5,6 richter ເປັນຫຼາຍຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ