ພາບເລື່ອງ “ກາກມາ ແລະ ບັນດານັກວິລະຊົນ” ຍາດໄດ້ລາງວັນທີ 2 ລະດັບຊາດ

(VOVWORLD) - ດ້ວຍຄວາມຮັກຕໍ່ປະຫວັດສາດຂອງປະເທດຊາດ, ເອື້ອຍຄູ ເຈີ່ນທິແທງເອືອກ ແລະ ນັກຮຽນ 2 ຄົນຂອງຕົນ ໄດ້ສົ່ງເຂົ້າຮ່ວມການແຂ່ງຂັນວິທະຍາສາດເຕັກນິກລະດັບຊາດ ສຳລັບນັກຮຽນຊັ້ນມັດທະຍົມສຶກສາຢູ່ພາກເໜືອ
ພາບເລື່ອງ “ກາກມາ ແລະ ບັນດານັກວິລະຊົນ” ຍາດໄດ້ລາງວັນທີ 2 ລະດັບຊາດ - ảnh 1ພາບປະກອບ

ໂຄງການສຶກສາອົບຮົມຄວາມຮັກຕໍ່ທະເລໝູ່ເກາະຜ່ານການປະດິດຄິດແຕ່ງພາບເລື່ອງ “ກາກມາ  ແລະ ບັນດານັກວິລະຊົນ” ຂອງ ເອື້ອຍຄູ ແລະ ນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຈ໋າຍ, ນະຄອນ ດົງຮ່າ, ແຂວງ ກວາງຈິ້, ຫາກໍ່ໄດ້ຮັບລາງວັນທີ 2 ໃນການເຂົ້າແຂ່ງຂັນວິທະຍາສາດເຕັກນິກລະດັບຊາດ. ນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ມອບໃຫ້ບັນດານັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນການປົກປ້ອງດອນຫີນ ກາກມາ ຂຶ້ນກັບເກາະເຈື່ອງຊາໃນວັນທີ 14 ມີນາ 1988. ດ້ວຍຄວາມຮັກຕໍ່ປະຫວັດສາດຂອງປະເທດຊາດ, ເອື້ອຍຄູ ເຈີ່ນທິແທງເອືອກ ແລະ ນັກຮຽນ 2 ຄົນຂອງຕົນ ໄດ້ສົ່ງເຂົ້າຮ່ວມການແຂ່ງຂັນວິທະຍາສາດເຕັກນິກລະດັບຊາດ ສຳລັບນັກຮຽນຊັ້ນມັດທະຍົມສຶກສາຢູ່ພາກເໜືອ ສົກຮຽນ 2017 – 2018 ໂຄງການ “ສຶກສາອົບຮົມຄວາມຮັກທະເລ, ໝູ່ເກາະຜ່ານການປະດິດຄິດແຕ່ງພາບເລື່ອງ “ກາກມາ ແລະ ບັນດານັກວິລະຊົນ”. ດ້ວຍບັນດາລວດລາຍການແຕ້ມທີ່ລະອຽດລະອໍ, ເລື່ອງລາວປະຫວັດສາດກ່ຽວກັບບັ້ນຮົບປົກປ້ອງດອນຫີນ ກາກມາ ເມື່ອປີ 1988 ໄດ້ຮັບການວາດພາບຢ່າງລຽບງາຍ ກ່ຽວກັບອາລົມຈິດ, ຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອປົກປັກຮັກສາອະທິປະໄຕທະເລ ໝູ່ເກາະຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ