ພາລະກຳກຸ່ມກ້ອນມະຫາສາມັກຄີໃນການພັດທະນາຂອງປະເທດຊາດ

ພາລະກຳກຸ່ມກ້ອນມະຫາສາມັກຄີໃນການພັດທະນາຂອງປະເທດຊາດ - ảnh 1
(ພາບປະກອບ)

(vovworld) - ພາລະ​ກຳ​ຂອງ​ແນວ​ໂຮມ​ແມ່ນ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ປະຊາຊົນ ​ເພື່ອ​ກໍ່​ສ້າງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ຄວາມ​ແບ່ງປັນ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ກັບ​ນັກ​ຂ່າ​ວ VOV ກ່ອນທີ່​ຕ້ອນຮັບ​ບຸນ​ເຕັດ​ປີ​ລະກາ 2017. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ: ປີ 2016 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປີ​ປະສົບ​ຜົນສຳ​ເລັດ​ຂອງ​ແນວ​ໂຮມ​ ​ເມື່ອ​ໄດ້​ສ້າງ​ຂີດ​ໝາຍ​ໃນ​ການ​ຮັກສາ ​ແລະ ກໍ່​ສ້າ​ງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ແມ່ນ​ບ່ອນ​ອີງ​ຢ່າງໝັ້ນ​ຄົງ​ຂອງ​ພັກ, ລັດ, ປຸກລະດົມ​ປະຊາຊົນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ການ​ເຄື່ອນ​ໄຫ​ວ​ໃຫຍ່​ທຳ​ອິດ ​ແລະ ກໍ່​ແມ່ນ​ສິ່ງ​ທ້າ​ທາຍ, ນັ້ນ​ແມ່ນ​ແນວ​ໂຮມ​ປຸກລະດົມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ປະຕິບັດ​ການ​ເລືອກ​ຕັ້ງ​ຊຸດ​ທີ 14 ​​ເປັນ​ຢ່າງ​ດີ ບັນລຸ​ໄດ້​ຈຸດໝາຍ​ສຳຄັນ​ທີ່​ສຸດ​ແມ່ນ​ພັດທະນາ​ປະ​ເທດ​ຊາດ. ​ຮັບຜິດຊອບໜ້າ​ທີ່ປຶກສາ​ຫາລື​ໃນ​ວິວັດ​ການ​ເລືອກ​ຕັ້ງ, ​ສະ​ເໜີຜູ້​ມີ​ຄວາມ​ເກັ່ງ​ກ້າສາມາດ, ມີ​ຄຸນສົມບັດຢ່າງ​ພຽງພໍ​ເພື່ອ​ໃຫ້​ປະຊາຊົນ​​ເລື​​ອກ​ເຟັ້ນ. ຄວາມ​ຮັບຜິດຊອບ​ໜ້າ​ທີ່ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ, ຮັບປະກັນ​ຖືກ​​ເຄົາລົບຕາມ​ກົດໝາຍ. ການ​ເຄື່ອນ​ໄຫວ​ທີ 2 ນັ້ນ​ແມ່ນ ​ບົດຮຽນ​​ໃນ​ການຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”, “ວັນ​ເພື່ອ​ຄົນ​ທຸກ​ຍາກ” ​ນັບ​ແຕ່ 15 ປີ​ກ່ອນ, ພວກ​ເຮົາ​ປຶກສາ​ຫາລື​ສ້າງ​ເປັນ​ແຜນ​ຮ່າງ, ການ​ຂົນຂວາຍ​ໃຫ້​ໄລຍະ​ໃໝ່. ນັ້ນ​ແມ່ນ​ການຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກ​ຄີ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ” ສືບ​ຕໍ່​ສືບ​ທອດ​ບັນດາ​ຜົນງານ​ເກົ່າ, ພ້ອມ​ທັງ ມີ​ບັນດາ​ການ​ປັບປຸງ​ໃຫ້​ເໝາະ​ສົມ.

ຕອບກັບ

ຂ່າວ/ບົດ​ອື່ນ