ຟູ໋ທໍ້ເລືອດເກືອບ 1000 ຖົງໄດ້ຮັບການບໍລິຈາກໃນງານບຸນລະດູບານໃໝ່ບໍລິຈາກເລືອດ

ຟູ໋ທໍ້ເລືອດເກືອບ 1000 ຖົງໄດ້ຮັບການບໍລິຈາກໃນງານບຸນລະດູບານໃໝ່ບໍລິຈາກເລືອດ - ảnh 1
(ພາບປະກອບ)

(vovworld) -ວັນ​ທີ 18/3, ຄະນະ​ຊີ້​ນຳ​ຂົນຂວາຍ​ການ​ບໍລິຈາກ​ເລືອດ​ແຂວງ ຟູ໋ທໍ້ ຈັດ​ຕັ້ງ​ງານ​ບຸນລະດູບານ​ໃໝ່​ບໍລິຈາກ​ເລືອດປີ 2017 ດ້ວຍ​ສານ​ທີ່​ວ່າ “ບໍລິຈາກ​ເລືອດ​ຕົ້ນ​ລະດູບານ​ໃໝ່-ທະວີຄູນ​ຄວາມ​ຜາ​ສຸກ“. ນີ້​ແມ່ນ​ຄັ້ງ​ທີ 9 ທີ່​ງານ​ບຸນລະດູບານ​ໃໝ່​ບໍລິຈາກ​ເລືອດ​ຖືກ​ຈັດ​ຕັ້ງ​ຢູ່​ແຂວງ ຟູ໋ທໍ້. ລາຍການ​ໄດ້​ດຶງ​ດູດ​ພະນັກງານ, ກຳມະກອນ, ພາລະ​ກອນ, ຜູ້​ອອກ​ແຮງ​ງານ​ທີ່​ຂຶ້ນ​ກັບ​ອົງຄະ​ນະ​ພັກ ກຸ່ມ​ບັນດາ​ອົງກນຈັດ​ຕັ້ງ​ແຂວງ ​ແລະ ປະຊາຊົນ​ໃນ​ນະຄອນ ຫວຽດຈີ່​ ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສິ້ນ​ສຸດ​ລາຍການ, ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ເອົາ​ເລືອດ​ບໍລິຈາກ​ເກືອບ 1.000 ຖົງ. ​ເລືອດ​ທັງ​ໝົດ​ເຫຼົ່າ​ນັ້ນ​ຈະ​ສົ່ງ​ເຖິງ​ສະ​ຖາ​ບັນ​ໂລຫິດສາດ ​ແລະ ສົ່ງ​ເລືອດສູນ​ກາງ​ເພື່ອ​ພະຍາບານ​ສຸກ​ເສີນ ​ແລະ ປິ່ນປົວ​ພະຍາດ​ໃຫ້​ຄົນ​ເຈັບ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ