ຟິມຮູບເງົາ “ ກົງ: ເກາະກະໂຫຼກຫົວ” ສ້າງສະຖີຕິລາຍຮັບໃນມື້ສາຍທຳອິດຢູ່ຫວຽດນາມ


ຟິມຮູບເງົາ “ ກົງ: ເກາະກະໂຫຼກຫົວ” ສ້າງສະຖີຕິລາຍຮັບໃນມື້ສາຍທຳອິດຢູ່ຫວຽດນາມ - ảnh 1
ຕອນ​ໜຶ່ງ​ໃນຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ”

(vovworld)- ບໍ​ລິ​ສັດ CJ CGV ຫວຽດ​ນາມ, ຊຶ່ງ​ແມ່ນ​ຫົວ​ໜ່ວຍ​ຈຳ​ໜ່າຍ​ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ” ຢູ່​ຫວຽດ​ນາມ ໃຫ​້ຮູ້​ວ່າ ພາຍຫຼັງ​ໄດ້​ສາຍ​ມາ​ເປັນ​ເວ​ລາ 1 ວັນ,  ຟິມ​ຮູບ​ເງົາ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ລາຍ​ຮັບ​ກວ່າ 18,2 ຕື້​ດົງ.ໃນ​ວັນ​ທີ 10/3, ມີຜູ້​ຊົມ​ຫວຽດ​ນາມ​ກວ່າ 162.000 ເທື່ອ​ຄົນໄດ້​ມາ​ຊົມ ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ” ຢູ່ຕາມ​ໂຮງ​ຮູບ​ເງົາ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນ​າມ. ຟິມ​ຮູບ​ເງົາ​ທີ່​ໂດດ​ເດັ່ນທຳ​ອິດຂອງ Hollywood ໄດ້​ຮັບ​ການ​ຖ່າຍທຳ​ຢູ່​ຫວຽດ​ນາມ ຊຶ່ງ​ສາ​ມາດ​ທຳ​ລາຍ​ບັນ​ດາ​ສະ​ຖີ​ຕິ​ເມື່ອ​ກ່ອນນີ້ ແລະ ກາຍ​ເປັນ​ຟິມ​ຮູບ​ເງົາ​ທີ່​ມີ​ລາຍ​ຮັບ​ໃນ​ມື້​ທຳ​ອິດ​ດ້ວຍ​ລະ​ດັບ​ສູງ​ສຸດ​ຢູ່​ຫວຽດ​ນາມ. ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ” ສ່ວນຫຼາຍ​ຖືກ​ຖ່າຍ​ທຳຢູ່ຫວຽດ​ນາມ ທີ່​ແຂວງ​ນິງ​ບີງ, ກວາງ​ບີງ, ຫ້າ​ລອງ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ທຳ​ມະ​ຊາດ, ພູ​ຜາ​ປ່າ​ໄມ້​ຢູ່​ຫວຽດ​ນາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ.
ຂ່າວ/ບົດ​ອື່ນ