ຟີລີບປີນປາດຖະຫນາຢາກຮັກສາຄວາມສາມັກຄີລະຫວ່າງບັນດາປະເທດອາຊຽນ

ຟີລີບປີນປາດຖະຫນາຢາກຮັກສາຄວາມສາມັກຄີລະຫວ່າງບັນດາປະເທດອາຊຽນ - ảnh 1

(vovworld)- ວັນ​ທີ 23/1, ທ່ານ Delfin Lorenzana ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລີບ​ປີນ ຖື​ວ່າ: ບັນ​ດາ​ປະ​ເທດ​ຢູ່​ນອກ ອາ​ຊຽນ ບໍ່​ຄວນ​ນຳ​ໃຊ້​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້​ເພື່ອ​ສູ້​ຢັນ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖ​ະ​ຫນາ​ຢາກ ອາ​ຊຽນ ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ສ້າງ​ກົນ​ໄກ​ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ຕໍ່​ຜູ້​ຕາງ​ຫນ້າ​ຂອງ 20 ປະ​ເທດ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່ ສິງ​ກະ​ໂປ, ທ່ານ​ລັດ​ຖະ​ມົນ​ຕີ Lorenzana ໄດ້​ຢັ້ງ​ຢືນ​ຄືນ “ຄວາມ​ເປັນ​ເອ​ກະ​ພາບ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ກຸ່ມ​ໃນ​ສະ​ພາບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ພວມ​ເພີ່ມ​ທະ​ວີ​ການ​ແກ້ງ​ແຍ້ງ​ຢູ່​ທີ່ນີ້, ພ​້ອມ​ທັງ​ສະ​ເຫນີ​ບັນ​ດາ​ປະ​ເທດບໍ່​ນຳ​ໃຊ້ ອາ​ຊຽນ ເປັນ​ເຄື່ອງ​ມື​ເພື່ອ​ສູ້​ຢັນ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດ​ຖະ​ມົນ​ຕີ Lorenzana ໃຫ້​ຮູ້​ວ່າ: ອາ​ຊຽນ ພວມ​ສ້າ​ງ​ສຳ​ເລັດ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ດ້ວຍ​ຄວາ​ມ​ປາດ​ຖະ​ຫນາ​ຢາກ​ທຸກ​ຝ່າຍ​ຈະ​ສືບ​ຕາມ​ວິ​ວັດ​ການການ​ທູດ ແລະ ນິ​ຕິ​ທຳ​ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ. ທ່ານ Lorenzana ປາດ​ຖະ​ຫນາ​ວ່າ COC ຈະ​ສ້າງ​ຂອບ​ເຂດ​ໃຫ້​ແກ່​ບັນ​ດາ​ມາດ​ຕະ​ການ​ຍາວ​ນານ​ຕໍ່​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ເຂດ​ທະ​ເລນີ້. ຟີ​ລີບ​ປີນ ແມ່ນ​ປະ​ທານ​ໝູນ​ວຽນ​ຂອງ ອາ​ຊຽນ ໃນ​ປີ 2017 ແລະ ຈະ​ແມ່ນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາກອ​ງ​ປະ​ຊຸມ​ປ​ະ​ຈຳ​ປີ​ຂອງ​ອາ​ຊຽນ​ໃນ​ປີນີ້. 


ຕອບກັບ

ຂ່າວ/ບົດ​ອື່ນ