ຟິລີບປີນຮັບຮູ້ກໍລະນີທີສອງຖືກຕິດພະຍາດMERS

ຟິລີບປີນຮັບຮູ້ກໍລະນີທີສອງຖືກຕິດພະຍາດMERS - ảnh 1
ຟິ​ລີບ​ປີນ​ຈັດ​ຕັ້ງ​ກຳ​ລັງ​ກວດ​ກາ​ພະ​ຍາດ​ MERS ຢ່າງ​ເຂັ້ມ​ງວດ

(vovworld)- ຟິ​ລີບ​ປີນ ໄດ້​ຮັບ​ຮູ້​ກໍ​ລະ​ນີ​ທີ​ສອງ​ຖືກ​ຕິດ​ພະ​ຍາດMERS ພາ​ຍ​ຫລັງ​​ພົບ​ເຫັນຜູ້​ຊາ​ຍ​ຄົນ​ຫນຶ່ງ​ອາ​ຍຸ 36 ປີ​​ຈາກ Dubai ໄປ​ເຖິງ ມາ​ນີ​ລາ ໃນ​ເດືອນ​ຜ່ານ​ມາຖືກ​ຕິດ​ພະ​ຍາດ​ MERS. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 6/7, ທ່ານ Janette Garin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຟິ​ລີບ​ປີນ ປະ​ກາດ​ວ່າ: ຄົນ​ເຈັ​ບ​ຜູ້ນີ້​ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​​ພະ​ຍ​າດ​ເຂດ​ຮ້ອນ​ຢູ່ ນ​ະ​ຄອນ Muntinlupa. ກະ​ຊວ​ງ​ສາ​ທາ​ລະ​ນະ​ສຸກ ຟິ​ລີ​ບ​ປີນ ໄດ້​ສ້າງ​ຕັ້ງ​ກຳ​ລັງ​ພິ​ເສດ​ເພື່ອ​ຕິດ​ຕາມ​ຜູ້​ໂດຍ​ສານ 200 ຄົນ​ໃນ​ຖ້ຽວ​ບິນພ້ອມ​ກັບ​ຄົນ​ເຈັບ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ