ມີ 48 ຄົນເສຍຊີວິດໃນ ອຸບັດຕິເຫດເຮືອບິນຕົກຢູ່ໄຕຫວັນ, ຈີນ

ມີ 48 ຄົນເສຍຊີວິດໃນ ອຸບັດຕິເຫດເຮືອບິນຕົກຢູ່ໄຕຫວັນ, ຈີນ - ảnh 1
(ມີ 48 ຄົນ​ເສຍ​ຊີວິດ​ໃນ​ອຸບັດ​ຕິ​ເຫດ​ເຮືອບິນ​ຕົກ​ຢູ່​ໄຕ​ຫວັນ, ຈີນ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 24/07, ບໍລິສັດ​ການບິນ TransAsia Airways ​ໄດ້​ຢັ້ງຢືນ​ວ່າມີ 48 ຄົນ​ເສຍ​ຊີວິດ​ໃນ​ອຸບັດ​ຕິ​ເຫດ​ເຮືອບິນ​ຕົກ​ຢູ່​ໄຕ​ຫວັນ, ຈີນ ​ໃນ​ຕອນ​ຄໍ່າ​ວັນ​ທີ 23/07. ບັນດາ​ຜູ້​ຖືກ​ບາດ​ເຈັບ​ໃນ​ອຸບັດ​ຕິ​ເຫດ​ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງ​ໝໍ​ທ້ອງ​ຖິ່ນ. ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນພິງ ພວມ​​ໄປ​ປະຕິບັດ​ງານ​ຢູ່​ອາ​ເມ​ລິ​ກາ​ລາຕີ​ນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈຢ່າງ​ເລິກ​ເຊິ​່ຕໍ່​ອຸບັດ​ຕິ​ເຫດ ​ແລະ ຝາກ​ຄຳ​ແບ່ງ​​ເປົາຄວາມເສົ້າ​ສະຫຼົດ​ໃຈມາ​ຍັງ​ຄອບຄົວ​ບັນດາ​ປະສົບ​ເຄາະ​ຮ້າຍ.

        ຕອນ​ເຊົ້າ​ວັນ​ທີ 24/07, ສຳນັກ​ຂ່າວສານ​ສູນ​ກາງ​ໄຕ​ຫວັນ (CNA) ​ໄດ້ອອກ​ຂ່າວ​ວ່າ ​ໃນ​ຈຳນວນຜູ້​ໂດຍສານ 58 ຄົນ​ໃນ​ເຮືອບິນ​ປະສົບ​ເຄາະ​ຮ້າຍ​ນັ້ນ ມີ​ 2 ຄົນຖື​ສັນຊາດ​ຝລັ່ງ, ສ່ວນ 52 ຄົນ ​ແລະ ຈຸ​ບິນ 4 ຄົນ​ລ້ວນ​ແຕ່​ແມ່ນ​ຊາວ​ໄຕ​ຫວັນ.

        ປະ​ຈູ​ບັນ, TransAsia Airways ພວມ​ສືບ​ຕໍ່​ພົວພັນ​ກັບ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ສັບ​ຊ້ອນ​ເພື່ອ​​ໃຫ້ເຂົາ​ເ​ຈົ້າມາສະ​ໜາມ​ບິນ Magong, ຢູ່​ໝູ່​ເກາະ Penghu. ບໍລິສັດ​ການບິນ ກໍ່ພວມ​ຕັ້ງ​ໜ້າ​ສົມທົບ​ກັບ​ອົງການ​ການບິນ​ໄຕ​ຫວັນ ​ແລະ ຄະນະ​ກຳມະການ​ປອດ​ໄພທາງ​ການບິນ​ໄຕ​ຫວັນ ​ເພື່ອ​ສືບສວນ​ເຫດການ.

ຂ່າວ/ບົດ​ອື່ນ