ມີການເຄື່ອນໄຫວຫລາຍຢ່າງໃນເດືອນພຶດສະພາປີ 2019- ເດືອນເພື່ອກຳມະກອນ

(VOVWORLD) -ໃນເດືອນເພື່ອກຳມະກອນປີນີ້ ສະຫະພັນໃຫຍ່ແຮງງານຫວຽດນາມ ຈະຈັດຕັ້ງຫລາຍເຫດການສຳຄັນ. 

ມີການເຄື່ອນໄຫວຫລາຍຢ່າງໃນເດືອນພຶດສະພາປີ 2019- ເດືອນເພື່ອກຳມະກອນ - ảnh 1ການເຄື່ອນໄຫວເດືອນເພື່ອກຳມະກອນ

ພາບປະກອບ

ທ່ານນາຍົກລັດຖະມົນຕີ ຈະມີການພົບປະກັບກຳມະກອນເຕັກນິກລະດັບສູງ 400 ຄົນ ຢູ່ 16 ຂະແຫນງ ທີ່ນະຄອນໂຮ່ຈິມີນ. ໃນໂອກາດນີ້ ສະຫະພັນໃຫຍ່ ແຮງງານຫວຽດນາມ ຈະມີຂໍ້ສະເຫນີເພື່ອໃຫ້ລັດຖະບານປະກາດໃຊ້ບັນດາລະບອບນະໂຍບາຍ ສ້າງກຳລັງຫນູນ, ຫນູນຊ່ວຍ ແລະ ພັດທະນາຖັນແຖວກຳມະກອນລະດັບສູງໃນໄລຍະການປະຕິວັດອຸດສາຫະກຳ 4.0. ທ່ານ ຫວູນແມ້ງຕຽມ ຮອງຫົວຫນ້າຄະນະໂຄສະນາສຶກສາ, ສະຫພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ:

“ສະເພາະຂັ້ນສະຫະພັນໃຫຍ່ແຮງງານ ຈະຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ ກຳມະບານຫວຽດນາມ 90 ປີແຫ່ງການສ້າງສາ ແລະ ພັດທະນາ, ຈັດຕັ້ງງານຊຸມນຸມມິດຕິງສະຫລອງ 90 ປີແຫ່ງວັນສ້າງຕັ້ງ, ຍ້ອງຍໍ ປະທານກຳມະບານດີເດັ່ນ 90 ຄົນ ຢູ່ ຂັ້ນຮາກຖານ, ມອບລາງວັນ ຫງວຽນວັນລິງ. “

ຕອບກັບ

ຂ່າວ/ບົດ​ອື່ນ