ມີກຳມະກອນຫວຽດນາມ 224 ຄົນຢູ່ລີບີ ກັບເມື່ອຫວຽດນາມ ໃນວັນທີ 13 – 14/08

ມີກຳມະກອນຫວຽດນາມ 224 ຄົນຢູ່ລີບີ ກັບເມື່ອຫວຽດນາມ ໃນວັນທີ 13 – 14/08 - ảnh 1
(ວັນ​ທີ 13/08, ກຳມະກອນ 69 ຄົນສຸດ​ທ້າຍ​ຂອງ
Vinamex ​ກັບ​ເມື່ອ​ຫວຽດນາມ)


(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 13 – 14/08, ​​ມີ​ຕື່ມອີກ 224 ຄົນ​ງານ​ຫວຽດນາມ ຢູ່​ລີ​ບີ ​ຖືກສົ່ງ​ກັບ​ເມື່ອ​ຫວຽດນາມ ດ້ວຍ 8 ຖ​້ຽວບິນ​ການ​ຄ້າ​ຂອງ​ບັນດາ​ບໍລິສັດ​ການບິນ​ແຫ່ງ​ຊາດ​ອີ​ຢິບ ​ແລະ ກວາ​ຕາ ​ເລີ່​ມເດີນທາງຈາກ​ສະໜາມ​ບິນ​ສາກົນ​ກາຍ​ໂຣ (ອີ​ຢິບ). ວັນ​ທີ 13/08, ທ່ານ ​ໂດ​ຊວນ​ຈ໋ຽນ, ຮອງ​ຜູ້ອຳນວຍການ​ບໍລິສັດ Vinamex ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ການ​ສົ່ງ​ກຳມະກອນ​ຄັ້ງ​ສຸດ​ທ້າຍ​ຂອງ Vinamex ​ແລະ Huyndai E&C ດ້ວຍຈຳນວນ​ກຳມະກອນ​ທັງ​ໝົດ 682 ຄົນຖືກ​ສົ່ງ​ກັບ​ເມື່ອ​ຫວຽດນາມ. ​ໄລ​ຮອດ​ວັນ​ທີ 12/08, ​ໄດ້​ມີ​ກຳມະກອນຫວຽດນາມ 1.024 ຄົນອອກ​ຈາກ​ລີ​ບີ ກັບ​ເມື່ອ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ມີ​ກຳມະກອນ 500 ຄົນ​​ຍັງ​​ເຫຼື​ອຢູ່​ປະ​ເທດ​ນີ້ ຈະຖືກສົ່ງ​ກັບ​ເມື່ອ​ປະ​ເທດ​ທັງ​ໝົດ​ໃນຊຸມວັນ​ຈະ​ມາ​ເຖິງ ຕາມການ​ຊີ້​ນຳ​ຂອງ​ລັດຖະບານ.

        ກ່​ອນໜ້າ​ນັ້ນ, ສືບ​ຕໍ່​ບັ້ນ​​ເຄື່ອນ​ໄຫວ​ສົ່ງ​ກຳມະກອນ​ທັງ​ໝົດ 682 ຄົນ​ຂອງ​ບໍລິສັດ Vinamex ທີ່​ພວມ​​ເຮັດ​ວຽກ​ຢູ່​ພາກຕາ​ເວັນ​ອອກ​ລີ​ບີ ກັບ​ເມື​່ອຫວຽດນາມ, ວັນ​ທີ 12/08, ນັກປະມູນ Hyundai Engineering ຂອງ​ສ.​ເກົາຫຼີ ຈັດ​ຕັ້ງຕ່ືມ​ອີກ 2 ​ຖ້ຽວ​ບິນ​ເພື່ອ​ສົ່ງ​ກຳມະກອນ​ຊາວ​ຫວຽດນາມ 155 ຄົນ​ໄປ​ຍັງ​ອີ​ຢິບ ຢ່າງ​ປອດ​ໄພ​. ​ໃນ​ນັ້ນ​ມີ​ກຳມະກອນ 5 ຄົນ ​ໄດ້​ກັບ​ເມືອຫວຽດນາມ ດ້ວຍ​ເຮືອບິນການ​ຄ້າ MS 910 ຂອງ​ບໍລິສັດ​ການບິນ​ອີ​ຢິບ ​ໃນ​ຕອນ​ຄໍ່າ​ຄືນວັນ​ທີ 12/08. ວັນ​ທີ 13/08, ນັກປະມູນ Hyundai Engineering  ​ສົ່ງ​ກຳມະກອນ 69 ຄົນສຸດ​ທ້າຍ​ຂອງ Vinamex ​ໃນ​ການ​ສົ່ງ​ກັບ​ເມື່ອ​ຫວຽດນາມ, ກຳມະກອນ​ຫວຽດນາມ 219 ຄົນ​​​ກັບ​ເມື່ອ​ຫວຽດນາມ ດ້ວຍ 7 ຖ້ຽວ​ບິນ​ການ​ຄ້າໃນ​ວັນ​ທີ 13/08.

ຂ່າວ/ບົດ​ອື່ນ