ມີຄົນເສຍຊີວິດ ແລະ ຮັບບາດເຈັບນັບຮ້ອຍໆຄົນໃນວັນເລືອກຕັ້ງສະພາແຫ່ງຊາດ ອາບການິດສະຖານ

(VOVWORLD) - ວັນທີ 20 ຕຸລາ, ວົງການເຈົ້າໜ້າທີ່ ອາບການິດສະຖານ ໃຫ້ຮູ້ວ່າ: ບັນດາເຫດໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນເລືອກຕັ້ງສະພາແຫ່ງຊາດຢູ່ປະເທດນີ້ ໄດ້ເຮັດໃຫ້ກ່ວາ 130 ຄົນເສຍຊີວິດ ແລະ ຮັບບາດເຈັບ 
ມີຄົນເສຍຊີວິດ ແລະ ຮັບບາດເຈັບນັບຮ້ອຍໆຄົນໃນວັນເລືອກຕັ້ງສະພາແຫ່ງຊາດ ອາບການິດສະຖານ - ảnh 1 ຜູ້ມີສິດເລືອກຕັ້ງ ອາບການິດສະຖານ ໄປປ່ອນບັດຢູ່ Kabul ພາບ: THX/TTXVN

ໃນສະພາບການເລືອກຕັ້ງຕົກເຂົ້າສູ່ຄວາມສັບສົນວຸ້ນວາຍ ຍ້ອນສະຖານທີ່ປ່ອນບັດເລືອກຕັ້ງນັບຮ້ອຍແຫ່ງ ບໍ່ສາມາດເປີດປະຕູໄດ້ ອັນໄດ້ເຮັດໃຫ້ບັນດາຜູ້ມີສິດເລືອກຕັ້ງຖືກຢືນເປັນແຖວລໍຖ້າ. ບັນດາເຫດເສຍຊີວິດ ແລະ ຮັບບາດເຈັບເກືອບທັງໝົດນັ້ນ ເກີດຂຶ້ນຢູ່ນະຄອນຫລວງ Kabul ແມ່ນສະຖານທີ່ເກີດເຫດວາງລະເບີດເຮັດໃຫ້ຢ່າງໜ້ອຍສຸດມີ 4 ຄົນເສຍຊີວິດ ແລະ 78 ຄົນຮັບບາດເຈັບ. ບັນດາເຫດລະເບີດແຕກໄດ້ເກີດຂຶ້ນ ໂດຍບໍ່ຫົວຊາຕໍ່ການປ້ອງກັນຄວາມສະຫງົບຖືກຮັດແໜ້ນ ດ້ວຍການເຂົ້າຮ່ວມຂອງພົນທະຫານ ແລະ ຕຳຫລວດ 54.000 ຄົນ ເພື່ອຮັບປະກັນການປ້ອງກັນຄວາມສະຫງົບຢູ່ບັນດາສະຖານທີ່ປ່ອນບັດໃນທົ່ວປະເທດ. ພວກກະບົດ Taliban ໄດ້ຮຽກຮ້ອງປະຊາຊົນຊາວ ອາບການິດສະຖານ ຄັດຄ້ານການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ