ມຸ່ງໄປເຖິງກົນໄກການຮ່ວມມືປ້ອງກັນຊາດຫຼາຍຝ່າຍແລະ2ຝ່າຍ,ຍົກສູງກຳລັງສູ້ຮົບຂອງກອງທັບປະຊາຊົນຫວຽດນາມ

ມຸ່ງໄປເຖິງກົນໄກການຮ່ວມມືປ້ອງກັນຊາດຫຼາຍຝ່າຍແລະ2ຝ່າຍ,ຍົກສູງກຳລັງສູ້ຮົບຂອງກອງທັບປະຊາຊົນຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 28/1, ທີ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດສະຫລຸບວຽກ​ງານ​ພົວພັນການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດປີ 2014, ວາງ​ອອກ​ທິດ​ທາງ​ປະຕິບັດ​ໜ້າ​ທີ່​ປີ 2015. ກອງ​ປະຊຸມ​ໄດ້​ກຳນົດ​ໜ້າ​ທີ່​ວຽກ​ງານ​ພົວພັນການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດປີ 2015 ​ໂດຍສຸມ​ໃສ່​ເຂົ້າ​ບັນດາ​ເນື້ອ​ໃນ: ສືບ​ຕໍ່​ຊາບຊຶມ ​ແລະ ຜັນ​ຂະຫຍາຍ​ແນວທາງ​ຂອງ​ພັກ, ບັນດາ​ມະຕິ​ຂອງ​ກົມ​ການ​ເມືອງ ​ແລະ ຂອງຄະນະ​ພັກ​ການ​ທະຫານສູນ​ກາງ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດຢ່າງ​ເຄັ່ງ​ຄັດ; ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ການ​ພົວພັນ​ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ກຸ່ມ​ອາ​ຊຽນ, ສຸມ​ໃສ່​ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ພົນ​ໂທ ຫງວຽນ​ຈີ໋​ວິ້ງ ​ເນັ້ນ​ໜັກ​ວ່າ: ບັນດາ​ອົງການ, ກົມ​ກອງ​ເຮັດ​ໜ້າ​ທີ່​ວຽກ​ງານ​ພົວພັນການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດຄວນ​ສືບ​ຕໍ່​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ກຳ​ແໜ້ນ​ສະພາບ​ການ​ສາກົນ, ພາກ​ພື້ນ, ຕີ​ລາຄາ​​ການ​ກະທົບ​ຂອງບັນດາ​ປັດ​ໄຈສະດວກ ​ແລະ ຫຍຸ້ງຍາກເຖິງ​ວຽກ​ງານ ພົວພັນການ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ​ເວົ້າ​ສະ​ເພ​າະ ຢ່າງ​ຈະ​ແຈ້ງ. ຄຽງ​ຂ້າງ​ນັ້ນ, ຄວນ​​ເພີ່ມ​ທະວີ​ວຽກ​ງານ​ຄົ້ນ​ຄ້ວາ, ພະຍາກອນ​ຍຸດ​ທະ​ສາດ, ​ເປັນ​ເສນາ​ທິການ​ ກ່ຽວ​ກັບ​ການ​ຕ່າງປະ​ເທດ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ, ສຸມ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານພົວພັນ​ການ​ຕ່າງ ປະ​ເທດ​ປ້ອງ​ກັນຊາ​ດ; ຄົ້ນ​ຄ້ວາ ​ແລະ ກໍ່ສ້າງ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ປ້ອງ​ກັນຊາ​ດກັບ ອາ​ຊຽນ ຮອດປີ 2020, ວິ​ໄສ​ທັດ​ປີ 2030.

 


ຂ່າວ/ບົດ​ອື່ນ