ມຸ່ງໄປເຖິງການສ້າງສີສັນລວມ ອາຊຽນ

(VOVWORLD) - ກອງປະຊຸມສຳມະນາ “ປະຊາຄົມ ອາຊຽນ: ສີສັນ ແລະ ບົດບາດໃຈກາງ” ໂດຍ ກະຊວງການຕ່າງປະເທດຫວຽດນາມສົມທົບກັບ ກອງທຶນ Konrad – Adenauer Stiftung (KAS) ຂອງ ເຢຍລະມັນ ຈັດຕັ້ງໃນວັນທີ 19 ມີນາ ຢູ່ ຮ່າໂນ້ຍ.
ມຸ່ງໄປເຖິງການສ້າງສີສັນລວມ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 

ເຂົ້າຮ່ວມກອງປະຊຸມມຳມະນາ, ມີທ່ານ ຟ້າມຢາຄຽມ ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫວູຄວານ ອະດີດ ຮອງນາຍົກລັດຖະມົນຕີ, ແລະ ປອ Marty Natalegawa ອະດີດລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພ້ອມກັບບັນດາທ່ານເອກອັກຄະລັດຖະທູດ, ນັກຮຽນຮູ້ສາກົນ ແລະ ຫວຽດນາມ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງການກະກຽມຂອງຫວຽດນາມໃຫ້ປີເປັນປະທານ ອາຊຽນ 2020.

ທີ່ກອງປະຊຸມສຳມະນາ,

 ບັນດາບົດປະກອບຄຳເຫັນໄດ້ເນັ້ນຫນັກເຖິງການພັດທະນາຂອງປະຊາຄົມ ອາຊຽນ ໃນໄລຍະຜ່ານມາ ໄດ້ສ້າງເປັນສີສັນ ແລະ ບົດບາດໃຈກາງຂອງ ອາຊຽນ. ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫລາຍຢ່າງ, ສີສັນ ອາຊຽນ ຍິ່ງມີຄວາມໝາຍສຳຄັນສຳລັບການກຳນົດບັນດາຄຸນຄ່າລວມ, ມາດຖານລວມ ຂອງປະຊາຄົມ. ທ່ານ ຫງວຽນວັນຖາວ ຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

“ໃນສະພາບການນັ້ນ ສີສັນອາຊຽນ ແລະ ຮັບປະກັນບົດບາດໃຈກາງຂອງອາຊຽນ ກາຍເປັນສອງຫນ້າທີ່ຈຳເປັນ ແລະ ຄວນໄດ້ຮັບການປະຕິບັດຢູ່ທັງລະດັບພາກພື້ນລະຫວ່າງບັນດາລັດຖະບານ ແລະ ລະດັບຊາດ ລະຫວ່າງບັນດາກະຊວງ ຂະແຫນງການ, ທ້ອງຖິ່ນຂອງແຕ່ລະປະເທດສະມາຊິກ. ນັ້ນແມ່ນບັນດາຫນ້າທີ່ວາງອອກໃຫ້ບັນດາປະເທດເປັນປະທານໝູນວຽນຂອງອາຊຽນ.”

ຕອບກັບ

ຂ່າວ/ບົດ​ອື່ນ