ມຸ່ງໄປເຖິງປະຊາຄົມ ອາຊຽນ 2015 - ສັງເກດຈາກບັນດາປະເທດສະມາຊິກ

ມຸ່ງໄປເຖິງປະຊາຄົມ ອາຊຽນ 2015 - ສັງເກດຈາກບັນດາປະເທດສະມາຊິກ - ảnh 1
(ພາບປະກອບ)

(vovworld) – ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ 2015 - ​ສັງ​ເກດຈາກ​ບັນດາ​ປະ​ເທດ​ສະມາຊິກ, ນີ້​ແມ່ນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 08/01, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ການ​ໂ​ອ້ລົມ​ສົນທະນາມີ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ຮ່າ​ໂນ້ຍ, ຜູ້ຕາງ​ໜ້າ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບາງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ພ້ອມ​ກັບ​ບາງ​ອົງການ​ສື່ມວນ​ຊົນ​ຂອງ​ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນທະນາ, ​ຜູ້​ແທນ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ກະກຽມ​ຂອງບັນດາ​ປະ​ເທດ​ອາ​ຊຽນ ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ກໍ່​ຄື​ມາດ​ຕະການ​ດ້ານ​ສ່ືສານ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຂໍ້​ມູນ​ໃຫ້​ປະຊາຊົນ​ກ່ຽວ​ກັບ​ອາ​ຊຽນ ​ແລະ ປະຊາ​ຄົມ​ອາ​ຊຽນ.

ຂ່າວ/ບົດ​ອື່ນ