ມິດຕິງສະເຫຼິມສະຫຼອງ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ

ມິດຕິງສະເຫຼິມສະຫຼອງ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ)

(vovworld) – ​​​​ຕອນ​ເຊົ້າ​ວັນ​ທີ 27/08, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ (28/08/1945 – 28/08/2015. ​ອ່ານ​ສູນ​ທອນ​ພົດ​ທີ​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ​ໄດ້​ຮຽກ​ຮ້ອງ​​ໃຫ້​ຂະ​ແໜງ​ການ​ທູດ ບົນ​ພື້ນຖານ​ຢືດໝັ້ນ​​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ແມ່ນ​ສູງ​ສຸດ, ຊາບ​ຊື​ມ​ແນ​ວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກຢ່າງ​ເລິ​ດ​ເຊິ່ງ, ໜູນໃຊ້​ແນວ​ຄິດ​ດ້ານ​ການ​ທູດຂອງ​ປະ​ທານ​ໂຮ່ຈິ​ມິນ ຢ່າງ​ມີ​ໄຫວ​ພິບ. ພິ​ເສດ, ຂະ​ແໜງ​ການ​ທູດ ຕ້ອງ​​ໃຫ້​ບຸລິມະສິດ​ສູງ​ໃຫ້​ແກ່​ກາ​ນສ້າງ​ກຳລັງ ​ແລະ ​ເພີ່ມ​ພູນ​ຄຸ​ນສ້າງປັດ​ໃຈ​ມະນຸດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຊີ້​ແຈ້ງວ່າ.

        “ຂະ​ແໜງ​ການ​ທູດ​ຕ້ອງ​ຢືດໝັ້ນ​​ແນວທາງ​ການ​ຕ່າງປະ​ເທດ​​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​​ເອງ, ສັນ​ຕິ​ພາບ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ; ​ເຮັດ​ໃຫ້ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ, ບັນດາ​ປະ​ເທ​ດ​ໃຫຍ່, ປະ​ເທດ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ເລິກ​ເຊິ່ງ, ​ເພີ​່ມທະວີ​ການ​ພົວພັນ​ເພື່ອຜົນ​ປະ​ໂຫຍ​ດ. ພວກ​ເຮົາ​​ເດັດ​ດຽວ​ຕໍ່ສູ້​ຕໍ່​ໜ້າ​ບັນດາ​ການ​ກະທຳ​ແຊກ​ແຊງ​ເຂົ້າ​ວຽງານ​ພາຍ​ໃນ, ລະ​ເມີດ​​ເອກະລາດອະທິປະ​ໄຕ, ຜື້ນ​ແຜນ​ດິນອັບ​ຄົບ​ຖ້ວນ ​ແລະ ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​​ເມືອງ​ຂອງ​ປະ​ເທດ​ຊາດ. ພວກ​ເຮົາ​ຢືດໝັ້ນ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ການ​ຂັດ​ແຍ້​ງອະທິປະ​ໄຕ​ທາງ​ທະ​ເລດ້ວຍ​​ສັນຕິ​ວິທີ, ບົນພື້ນຖານ​ກົດໝາຍ​ສາກົນ ​ແລະ ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ຝ່າ​ນຕ່າງໆ​ຢູ່​ພາກ​ພື້ນ”.

ຂ່າວ/ບົດ​ອື່ນ