ມີນັກສິລະປະການກວ່າ300ຄົນເຂົ້າຮ່ວມFestivalອາຊີບພື້ນເມືອງເຫ້ວປີ2017.

ມີນັກສິລະປະການກວ່າ300ຄົນເຂົ້າຮ່ວມFestivalອາຊີບພື້ນເມືອງເຫ້ວປີ2017. - ảnh 1
ພາບ​ປະ​ກອບ

(VOVworld)- Festival ອາ​ຊີບ​ພື້ນ​ເມືອງ​ເຫ້ວ​ປີ 2017 ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/4-2/5 ໄດ້​ດຶງ13 ໝວດ​ອາ​ຊີບ ແລະ ເກືອບ 60 ໝູ່​ບ້ານ​ຫັດ​ຖະ​ກຳ​ເຂົ້າ​ຮ່ວມ ດ້ວຍ​ຫລາຍ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. Festival ອາ​ຊີບ​ພື້ນ​ເມືອງ​ເຫ້ວ​ປີ 2017 ຈະ​ມີ​ຫລາຍ​ລຍ​ການ, ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ດູດ​ດ​ື່ມຄື: ລາຍ​ການ​ເຊີດ​ຊູ​ນັກ​ສິ​ລະ​ປະ​ການ, ລາຍ​ການ​ເຕົ້າ​ໂຮມ​ສີ​ສັນ​ອາ​ຊີ, ງານ​ບຸ​ນ​ເສື້ອ​ຍາວ. ທ່ານ ຫງວ​ຽນ​ດັງ​ແທ້ງ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເຫ້ວ, ຫົວ​ຫ​ນ້າ​ຄະ​ນະ​ຈັດ​ຕັ້ງ Festival ອາ​ຊີບ​ພື້ນ​ເມືອງ​ເຫ້ວ​ປີ 2017 ໃຫ້​ຮູ້​ວ່າ:

        “ເມື່ອ​ທຽບ​ໃສ່​ທຸກ​ປີ, ປີນີ້ ມີ​ນັກ​ສິ​ລະ​ປະ​ການ​ອາ​ຊີບ ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ຫລາຍກວ່າ. ຄຽງ​ຂ້າງນັ້ນ ບັນ​ດາ​ຕົວ​ເມືອງ​ແຮ​ກ​ສ່ຽວ​ກັບ​ເຫ້ວ ກໍໍ່​ໄດ້​ສົ່ງ​ນັກ​ສິ​ລະ​ປະ​ການ​ປະ​ມານ 30 ຄົນ ​ມາ​ເຂົ້າ​ຮ່ວມຄື: ນະ​ຄອນ Saijo, Takayam, Shizuoka ຂອງ​ຍີ່​ປຸ່ນ Dongnae ຂອງ ສ​ເກົາ​ຫລີ.”

ຕອບກັບ

ຂ່າວ/ບົດ​ອື່ນ