ມີນັກໂທດກວ່າ18.000ຄົນໄດ້ຮັບອະໄພຍະໂທດໃນໂອກາດວັນຊາດຫວຽດນາມທີ2/9

ມີນັກໂທດກວ່າ18.000ຄົນໄດ້ຮັບອະໄພຍະໂທດໃນໂອກາດວັນຊາດຫວຽດນາມທີ2/9 - ảnh 1

(vovworld)- ທີ່​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ຂໍ້​ຕົກ​ລົງ​ອະ​ໄພ​ຍະ​ໂທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຊື່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/8 ຢູ່ ຮ່າ​ໂນ້ຍ, ທ່ານ ຢາງ​ເຊີນ, ຮອງ​ຫົວ​ຫນ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ: ການ​ອະ​ໄພ​ຍະ​ໂທດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ 8 ແລະ ວັນ​ຊາດ​ທີ 2/9 ແມ່ນ​ການ​ອະ​ໄພ​ຍະ​ໂທດ​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ອີກ​ຄັ້ງ​ຫນຶ່ງ​ສືບ​ຕໍ່​ຢືນ​ຢັນ​ນະ​ໂຍ​ບາຍ​ອະ​ນ​ຸ​ໂລມ​ຂອງ​ພັກ, ລັດ​ຫວຽດ​ນາມ ສຳ​ລັບ​ຜູ້​ມີ​ການ​ກະ​ທຳ​ຜິດ, ສົ່ງ​ເສີມ​ເຂົາ​ເຈົ້າ​ຝຶກ​ຝົນ​ຫລໍ່​ຫລອມ​ກາຍ​ເປັນ​ຜູ້​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ. ເນື່ອງ​ໃນ​ໂອ​ກາດນີ້, ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ ຢາງ​ເຊີນ ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ປີ 2015 ແມ່ນ​ຕົກ​ລົງ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ເວ​ລາ​ໃຫ້​ນັກ​ໂທດ ກວ່າ 18.000 ຄົນ, ໃນ​ນັ້ນ 34 ຄົນ​ແມ່ນ​ມີ​ສັນ​ຊາດ​ຈາກ 7 ປະ​ເທດ.

 

ຂ່າວ/ບົດ​ອື່ນ