ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

(VOVWORLD) -ເພື່ອສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຕອນຄໍ່າວັນທີ 19 ພຶດສະພາ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ.
ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1 ລາຍການສະແດງສິລະປະ “ໂຮ່ຈີມິນ ຊື່ຂອງເພີ່ນງາມທີ່ສຸດ” ຢູ່ນະຄອນໂຮ່ຈີມິນ (ພາບ:nhandan.com.vn)

ຢູ່ຖະໜົນຄົນຍ່າງ ຫງວຽນເຫວ້, ນະຄອນໂຮ່ຈີມິນຂອງຫວຽດນາມ,ຄະນະຈັດຕັ້ງສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະວັນນະຄະດີ ດ້ວຍຫົວຂໍ້ວ່າ “ໂຮ່ຈີມິນ ຊື່ຂອງເພີ່ນງາມທີ່ສຸດ”. ເຂົ້າຮ່ວມລາຍການດັ່ງກ່າວ, ປ້າ ຫງວຽນທິແທັງ ນັກຮົບເກົ່າ ແບ່ງປັນວ່າ:

“ພວກຂ້າພະເຈົ້າ ໄດ້ນັ່ງຢູ່ທີ່ນີ້ ເພື່ອຫວນຄືນບັນດາຂີດໝາຍ ແລະ ອະນຸສອນໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ເພື່ອປະຊາຊົນ ເພື່ອປະເທດຊາດ ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ. ປັດຈຸບັນ, ເຊິ່ງໄດ້ດໍາລົງຊີວິດໃນສະໄໝສັນຕິພາບ, ຜ່ານນັ້ນ, ພວກຂ້າພະເຈົ້າຈະເພີ່ມທະວີການຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ອຸທິດສ່ວນຈົນສຸດກໍາລັງເຫື່ອແຮງຂອງຕົນ”.

ໃນຂະນະນັ້ນ, ຢູ່່ນະຄອນວິງ, ແຂວງເງະອານ, ເຊິ່ງເປັນບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ກໍໄດ້ດໍາເນີນພິທີອັດ ແລະ ສະຫຼຸບງານບຸນບ້ານແຊນ ປີ 2019 ທີ່ໄດ້ດໍາເນີນມາເປັນເວລາ 4 ວັນ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ລະນຶກເຖິງເພິ່ນ ຄືສາຍພິມຮູບເງົາ; ງານວາງສະແດງຮູບຖ່າຍ, ງານມະໂຫລານ...

        ເນື່ອງໃນໂອກາດນີ້, ແຂວງຮຶງອຽນ ກໍໄດ້ຈັດຕັ້ງງານພົບປະແລກປ່ຽນສິລະປະ ດ້ວຍຫົວຂໍ້ວ່າ “ຮຶງອຽນ ປະຕິບັດຄໍາສັ່ງສອນຂອງ ປະທານໂຮ່ຈີມິນຕະຫຼອດໄປ”.


ຕອບກັບ

ຂ່າວ/ບົດ​ອື່ນ