ມືປືນIS75ຄົນຖືກດັບສູນຢູ່ອີຣັກ

ມືປືນIS75ຄົນຖືກດັບສູນຢູ່ອີຣັກ - ảnh 1
​ມື​ປືນ IS
ພາບ​ປະ​ກອບ: internet

(vovworld)- ໃນ​ເວ​ລາ 24 ຊົ່ວ​ໂມງ, ມື​ປືນ IS 75 ຄົນ ຖືກ​ດັບ​ສູນ ເມື່ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ຍາດ​ໄດ້​ສິດ​ຄວບ​ຄຸມ​ຢູ່ 2 ເຂດ ທາງ​ທິດ​ຕາ​ເວັນ​ອອກ​ນະ​ຄອນ Ramadi ເມືອງ​ເອກ​ແຂວງ Anbar, ພາກ​ຕ​າ​ເວັນ​ຕົກ ອີ​ຣັກ. ຢູ່​ເຂດ​ດັ່ງ​ກ່າວ, ມີ​ມື​ປືນ IS 43 ຄົນ​ຖືກ​ດັບ​ສູນ. ໃນ​ວັນ​ດຽວ​ກັນ, ກຳ​ລັງ​ທະ​ຫານ​ລັດ​ຖະ​ບານ​ອີ​ຣັກ ພ້ອມ​ກັບ​ພົບ​ທະ​ຫານ ຊາວ​ຊ​ັນ​ນີ ໄດ​້​ປະ​ທະ​ກັນ​ກັບ IS ຢູ່​ເມືອງ Juwiba ທາງ​ທິດ​ຕາ​ເວັນ​ອອກ​ນະ​ຄອນ Ramadi ຫ່າງ​ຈາກ​ນະ​ຄອນ​ຫລວງ ແບກ​ແດດ ​ທາງ​ທິດ​ຕາ​ເວັນ​ຕົກ ປະ​ມານ 110 ກິ​ໂລ​ແມັດ. ທະ​ຫານ​ລັດ​ຖະ​ບານ​ຍາດ​ໄດ້​ສິດ​ຄວບ​ຄຸມ​ຢ່​ູ​ເຂດນີ້ ແລະ ດັບ​ສູນ​ມື​ປືນ IS ຢ່າງ​ຫນ້ອຍ​ສຸດ 25 ຄົນ.

ຂ່າວ/ບົດ​ອື່ນ