ມີວິສາຫະກິດຫຼາຍກວ່າ 250 ແຫ່ງເຂົ້າຮ່ວມ ງານຕະຫຼາດນັດສາກົນ ຜະລິດຕະພັນອຸດສາຫະກໍາ

(VOVWORLD) -ວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ,  ງານຕະຫຼາດນັດສາກົນ ຜະລິດຕະພັນອຸດສາຫະກໍາ ຫວຽດນາມ - VIIF 2018 ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນກາລະໂອກາດ ເພື່ອໃຫ້ວິສາຫະກິດ, ຜູ້ຜະລິດ ພາຍໃນ ແລະ ຕ່າງປະເທດ ແນະນໍາຜະລິດຕະພັນ ແລະ ຊອກຫາກາລະໂອກາດຮ່ວມມືດໍາເນີນທຸລະກິດ.

        ງານຕະຫຼາດນັດ VIIF 2018 ມີຮ້ານວາງສະແດງສິນຄ້າຫຼາຍກວ່າ 300 ຮ້ານ, ເຊິ່ງດຶງດູດວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 250 ແຫ່ງ ເຂົ້າຮ່ວມ ເພື່ອໂຄສະນາ, ວາງສະແດງ, ແນະນໍາບັນດາຜະລິດຕະພັນ ແລະ ເຕັກໂນໂລຢີໃໝ່ຂອງບັນດາວັດຖຸ, ອຸປະກອນ, ເຄື່ອງຈັກທັນສະໄໝ ໃນຂົງເຂດ ອຸປະກອນ, ກົນຈັກ ... ທັນສະໄໝທີ່ມາຈາກປະເທດ ອີຕາລີ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ຈີນ .... ນໍາມາເຊິ່ງບັນດາການສໍາຜັດເຕັກໂນໂລຢີທີ່ມີຈິງ ແລະ ມີປະສິດທິຜົນ ໃຫ້ແກ່ແຂກເຂົ້າຊົມ.

        ງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກໍາ ຫວຽດນາມ 2018 ແມ່ນການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ທີ່ຖືກຈັດຂຶ້ນປະຈໍາປີ. ງານຕະຫຼາດນັດຄັ້ງນີ້ແມ່ນຄັ້ງທີ 27 ກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກໍາ ໄດ້ຮັບການຕີລາຄາວ່າ ແມ່ນມີຂອບຂະໜາດໃຫຍ່, ມີປະສິດທິຜົນ ແລະອິດທິພົນຊື່ສຽງຂອງຫວຽດນາມ ແລະ ໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ