ມີຫລາຍຈຸດໃຫມ່ແລະດູດດື່ມໃນFestivalເຫ້ວ2016

ມີຫລາຍຈຸດໃຫມ່ແລະດູດດື່ມໃນFestivalເຫ້ວ2016  - ảnh 1
Festival ເຫ້ວ ປີ 2016 ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ
ພາບ:phapluat

(vovworld)- ມາ​ຮອດ​ຈຸດ​ເວ​ລານີ້, ປະ​ຈຸ​ບັນ Festival ເຫ້ວ 2016 ສຳ​ເລັດ​ບັນ​ດາ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​ໄຂ. ໂດຍ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 29/4- 4/5, Festival ເຫ້ວ ປີ 2016  ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 720 ປີ​ແຫ່ງວັນ​ສ້າງ​ຕັ້ງ ທ້ວນ​ຮ​ວາ - ຟູ​ຊວນ - ເທື່ອ​ທຽນ​ເຫ້ວ, ດ້ວຍ​ຫົວ​ຂໍ້ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ກັບ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ”. ນີ້​ແມ່ນ Festival ຄັ້ງ​ທີ 9 ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ ດ້ວຍ​ລະ​ດັບ​ຊາດ ແລະ ສາ​ກົນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງກອງ​ສິ​ລະ​ປະ, ນັກ​ສິ​ລະ​ປິນ​ດີ​ເດັ່ນ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ບັນ​ດາ​ທະ​ວີບ. ທ່ານ ຫງວຽນ​ຢູງ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ເທື່ອ​ທຽນ​ເຫ້ວ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ Festival ເຫ້ວ ປີ 2016 ໃຫ້​ຮູ້​ວ່າ:

        “ໃນ​ຈຸດ​ເວ​ລານີ້ ໄດ້​ມີ 18 ປະ​ເທດ ດ້ວຍ 22 ກອງ​ສິ​ລະ​ປະ ເພື່ອ​ສະ​ແດງ​ໃນ Festival ເຫ້ວ 2016, ໃນ​ນັ້ນ ມີ 12 ຫົວ​ຫນ່ວຍ​ພາຍ​ໃນ​ປະ​ເທດ. ບັນ​ດາ​ລາຍ​ການ​ກໍ​ໄດ້​ຮັບ​ຮອງ​ເອົາ​ແລ້ວ. ສຳ​ລັບ Festival ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມ​ູນ​ເຊື້ອ​ຂອງ ເທື່ອ​ທຽ​ນ​ເຫ້ວ.”

 

ຕອບກັບ

ຂ່າວ/ບົດ​ອື່ນ