ມີຫຼາຍຄະນະສິລະປະສາກົນມາສະແດງຢູ່ຫວຽດນາມ

ມີຫຼາຍຄະນະສິລະປະສາກົນມາສະແດງຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) - ວັນ​ທີ 28/4, ກະຊວງ​ວັດທະນະທຳ, ກິລາ​ແລະ​ທ່ອງ​ທ່ຽວ​ໃຫ້​ຮູ້​ວ່າ,​ ຈະ​ມີ​ຫຼາຍ​ຄະນະ​ສິລະ​ປະ​ສາກົນ​ມາສະ​ແດງ​ຢູ່​ ຫວຽດນາມ​ ໃນ​ເດືອນ 5/2016. ວົງ​ດົນຕີ​ປະສານ​ສຽງ Kazak ​ເຂດ Kuban (ສະຫະພັນ​ລັດ​ເຊຍ) ຈະ​ສະ​ແດງ​ຢູ່​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ຫວຽດນາມ​ໃນ​ຕອນ​ຄຳ່​ວັນ​ທີ 6/5. ນີ້​ແມ່ນ​ວົງ​ດົນຕີ​ປະສານ​ສຽງ​ພື້ນ​ເມືອງ​ທີ່​ມີ​ມາ​ນັບ​ແຕ່​ດົນ​ນານ​ທີ່​ສຸດ​ຂອງ​ສະຫະພັນ​ ລັດ​ເຊຍ. ​ໃນ​ໄລຍະ 200 ກວ່າ​ປີ​ທີ່​ຜ່ານ​ມາ, ວົງ​ດົນຕີ​ປະສານ​ສຽງ​ນີ້​ແມ່ນ​ສັນຍາ​ລັກ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ພື້ນຖານ​ສິລະ​ປະ​ພື້ນ​ເມືອງ ລັດ​ເຊຍ.

        ຕອນ​ຄຳ່​ວັນ​ທີ 7/5, ຄະນະ​ສິລະ​ປະ​ຟ້ອນ​ພື້ນ​ເມືອງ​ຂອງ Sri Lanka ຈະ​ສະ​ແດງ​ຢູ່​ໂຮງ​ລະຄອນ ​ໂຮ່ງຮ່າ, ຮ່າ​ໂນ້ຍ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 4/5, ຄະນະ​ສິລະ​ປະ​ຂອງ​ສະ​ຖາ​ບັນ​ດົນຕີ Chango ຂອງ Colombia ​ໄດ້​ມີ​ລາຍການ​ສະ​ແດງ​ບັນດາ​ບົດ​ເພງ​ທີ່​ເປັນ​ມູນ​ເຊື້ອ, ສ່ອງ​ແສງ​​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ແຄມ​ຝັ່ງ​ທະ​ເລ​ປາຊີ​ຟິກ​ໃຕ້​ຂອງ​ປະ​ເທດ Colombia ຢູ່​ໂຮງ​ລະຄອນ ກົງ​ເຍິນ.

        ​ໃນ​ຂະນະ​ນັ້ນ, ຕອນ​ຄຳ່​ວັນ​ທີ 11/5, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ກໍ່​ມີ​ລາຍການ​ສະ​ແດງ​ຂອງ​ນັກ​ສິລະ​ປິນ Piano, ຊາວ ຝລັ່ງ Emmanuelle Swiercz, ຜູ້​ທີ່​ເຄີຍ​ໄດ້​ຮັບ​ຄັດ​ເລືອກ​ຈາກ​ວາລະສານ Pianiste ວ່າ “ນັກ​ສິລະ​ປິນທີ່​ໄດ້​ຮັບ​ຄວາມ​ນິຍົມ“.

 


ຂ່າວ/ບົດ​ອື່ນ