ມອບລາງວັນ Kovalevskaia 2018

(VOVWORLD) -ຕອນບ່າຍວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບສະມາຄົມນັກປັນຍາຊົນຍິງຫວຽດນາມ ແລະ ມະຫາວິທະຍາໄລແພດສາດ ຈັດພິທີມອບລາງວັນ Kovalevskaia 2018 ໃຫ້ແກ່ 1 ບຸກຄົນ ແລະ 1 ໝູ່ຄະນະພະນັກງານຍິງ ທີ່ມີຫຼາຍຜະລິດຕະພັນຄົ້ນຄ້ວາໃນຂົງເຂດແກ້ໄຂສິ່ງແວດລ້ອມ ແລະ ກະສີກຳ
ມອບລາງວັນ Kovalevskaia 2018 - ảnh 1 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ທີ່ພິທີມອບລາງວັນ

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນ Kovalevskaia 2018 ໃຫ້ແກ່ ໝູ່ຄະນະເອື້ອຍຄູພາກວິຊາເຕັກໂນໂລຊີສິ່ງແວດລ້ອມ, ພະແນກສິ່ງແວດລ້ອມ, ມະຫາວິທະຍາໄລວິທະຍາສາດທຳມະຊາດດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຍ້ອນມີບັນດາການປະກອບສ່ວນເຂົ້າໃນການຄົ້ນຄ້ວາເຕັກໂນໂລຊີກຳຈັດ, ນຳໃຊ້ທາດເສດເຫຼືອ ແລະ ມອບລາງວັນສ່ວນບຸກຄົນໃຫ້ແກ່ ສາດສະດາຈານ, ປອ ຫງວຽນທູຮ່າ ຫົວໜ້າພາກວິຊາ ເຕັກໂນໂລຊີສິ່ງແວດລ້ອມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ກ່າວວ່າ :

    “ ຂ້າພະເຈົ້າເຊື່ອໝັ້ນຕໍ່ຖັນແຖວນັກວິທະຍາສາດເວົ້າລວມ, ພິເສດແມ່ນບັນດາ ບຸກຄົນ ແລະ  ໝູ່ຄະນະທີ່ໄດ້ຮັບ ລາງວັນ Kovalevskaia ຊຶ່ງຍາມໃດກໍແມ່ນບັນດາແກ່ນສານເພື່ອສົ່ງກຳລັງໄຟ, ສົ່ງແຮງບັນດານໃຈໃຫ້ແກ່ແມ່ຍິງຫວຽດນາມນັບສິບລ້ານຄົນບືນຕົວຂຶ້ນ, ອຸທິດສ່ວນຢ່າງສຸດຂີດໃຫ້ແກ່ປະເທດຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ