ມອບລາງວັນການເສັງຂຽນ“ຄວາມຊົງຈຳກ່ຽວກັບດ້ຽນບຽນ”

ມອບລາງວັນການເສັງຂຽນ“ຄວາມຊົງຈຳກ່ຽວກັບດ້ຽນບຽນ” - ảnh 1
ບັນດາຜູ້ໄດ້ຮັບລາງວັນດີເດັ່ນ

(vovworld) – ຕອນ​ເຊົ້າ​ວັນ​ທີ 15/4, ຢູ່​ໂຮງ​ລະຄອນ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽ​ດນາມ, ສູນ​ກາງ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພິທີສະຫລຸບ​ການ​ເສັງ​ຂຽນ “ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ດ້ຽນບຽນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​​ໄຊຊະນະ ດ້ຽນບຽນ​ຝູ (7/5/1954 – 7/5/2014). ພາຍຫຼັງ 1 ປີ​ແຫ່ງ​ການ​ປຸກລະດົມ ​ແລະ ​ໂຄສະນາ​ຢ່າງ​ຕັ້ງໜ້າ, ການ​ເສັງ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈຈາກບັນດາ​ນັກຮົບ​ເກົ່າ, ປະຊາຊົນ​ທຸກ​ຊັ້ນ​ວັນນະ. ກ່ວາ 1.800 ບົດ​ຂຽນ​ທີ່ຝາກ​ມາ​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ຊາດ ​ແມ່ນ ບັນດາ​ອະນຸສອນ ​ແລະ ​ເລື່ອງ​ລາວ​ທີ່​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ. ​ໃຫ້​ແກ່​ຜູ້​ອ່ານ​ບັນດາບົດ​ຂຽນ​​ໄດ້​ປະ​ກອບ​ສ່ວນ​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ແຕ່ລະຄົນ​ກ່ຽວ​ກັບ​ໄຊຊະນະປະຫວັດສາດ ດ້ຽນບຽນ​ຝູ, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ເສີມ​ຂະຫຍາຍ​ນ້ຳ​ໃຈ “ຕັດສິນ​ໃຈ​ຕໍ່ສູ້ ຕັດສິນ​ໃຈ​ຍາດ​ເອົາໄຊຊະນະ” ຂອງ​ດ້ຽນບຽນ​ຝູ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ຄະນະ​ຈັດ​ຕັ້ງ​ໄດ້​ມອບ 51 ລາງວັນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ຜູ້​​ທີ່​ມີ​ບົດ​ຂຽນ​ດີ​ເດັ່ນ, ​ໃນ​ນັ້ນ​ມີ 7 ລາງວັນ​ພິ​ເສດ. ທ່ານ ຫງວຽນ​ຈ້ອງ​ເກີ້​ນ, ຢູ່​​ເມືອງ ຮ່ວາງ​ມາຍ, ຮ່າ​ໂນ້ຍ, ຜູ້​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ​ໃນ​ບົດ​ຂຽນ “​​ໄລຍະ​ໜຶ່ງ​ຢູ່​ດ້ຽນບຽນ” ​ໃຫ້​ຮູ້​ວ່າ: ​ໃນ​ບົດ​ຂຽນ, ທ່ານ​ໄດ້​ເລົ່າ​ເລື່ອງ​ ຊຸມ​ວັນ​ທ່ານ​ພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງຕໍ່ສູ້ຢືດຄອງ​ຖານ​ທີ່​ໝັ້ນ ຮົ່ງກູ໋ມ ຢ່າງ​ຈິງ​ໃຈ, ມີ​ຊີວິດ​ຊີວາ​ທີ່​ສຸດ:

    “​ຂ້າພະ​ເຈົ້າ​​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ ​ເມື່ອ​ມີ​ອາຍຸ 18 ປີ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ເສັງ​ເພື່ອ​ຂຽນກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ​ໃນ​ຕະຫຼອດ​ໄລຍະ​ທີ່​ຕົນເຂົ້າ​ຮ່ວມ​ບັ້ນ​ຮົບ. ດ້ວຍ​ການ​ເລົ່າ​ເລື່ອງ​ກ່ຽວ​ກັບ​ເວລາ​ຂຸດ​ຂຸມ​ຄອງ, ປິດ​ລ້ອມ​ຖານ​ທີ່​ໝັ້ນ​ຂອງ​ສັດຕູ, ຮຳ່ຮຽນ​ວິທີ​ບຸກ​ໂຈມ​ຕີ…”

 

ຂ່າວ/ບົດ​ອື່ນ