ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ”

(VOVWORLD) -ຕອນບ່າຍວັນທີ 01 ທັນວາ, ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ” ປີ 2017.

ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ” - ảnh 1 ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ”

(ພາບ: hanoimoi.com.vn)

ຄະນະຈັດຕັ້ງໄດ້ມອບ 33 ລາງວັນໃຫ້ບັນດາສ່ວນບຸກຄົນ, ໃນນັ້ນມີລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 11 ລາງວັນ, ລາງວັນທີສາມ 11 ລາງວັນ. ທີ່ພິທີມອບລາງວັນ, ທ່ານ ຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໃຫ້ຮູ້ວ່າ.

        “ການເສັງໄດ້ຮັບການຕ້ອນຮັບຈາກປະຊາຊົນ, ພະນັກງານສະມາຊິກພັກ ໃນທົ່ວປະເທດ. ພິເສດແມ່ນ 10 ແຂວງຊາຍແດນ ທີ່ມີພະນັກງານ, ນັກຮົບ, ນັກຮົບເກົ່າ, ນັກຮຽນ, ນັກສຶກສາຂອງ 2 ປະເທດເຂົ້າຮ່ວມ.”

        ການເສັງຖືກດຳເນີນເປັນເວລາ 7 ເດືອນ, ໄດ້ມີຜູ້ເຂົ້າຮ່ວມການເສັງກວ່າ 307.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ