ມອບລາງວັນການເສັງແຕ້ມພາບກ່ຽວກັບ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໃຫ້ນັກຮຽນ, ນັກສຶກສາ

ມອບລາງວັນການເສັງແຕ້ມພາບກ່ຽວກັບ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໃຫ້ນັກຮຽນ, ນັກສຶກສາ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ສັບປະດາ​ວັດທະນະທຳ - ທ່ອງ​ທ່ຽວ​ທະ​ເລ​ໝູ່​ເກາະ​ຫວຽດນາມ - ຮ່າ​ໂນ້ຍປີ 2014, ຕອນ​ຄໍ່າ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ຍ້ອງຍໍ​ການ​ເສັງ​ແຕ້ມພາບ ​ແລະ ລາຍການ​ສິລະ​ປະ​ໄວ​ໜຸ່ມ​ຫວຽດນາມ ກັບທະ​ເລ, ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​​ເມືອງ​ນອນ. ຄະນະ​ຈັດ​ຕັ້ງການ​​ເສັງ​ແຕ້ມ​ກ່ຽວ​ກັບ “ທະ​ເລ, ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​​ເມືອງ​ນອນ” ​ ​ໄດ້​ຮັບພາບ​ແຕ້ມກວ່າ 400 ​ແຜ່ນຂອງ​ນັກ​ສຶກສາທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ ​ແລະ ນັກຮຽນ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ພາບ​ແຕ້ມ​ທີ່​ດີ​ເດັ່ນ 32 ​ແຜ່ນ, ​ໃນນັ້ນມີພາບ​ແຕ້ມ 17 ​​ແຜ່ນ​ແມ່ນ​ຂອງ​ກຸ່ມ​ນັກ​ຮຽນ ​ແລະ ພາບແຕ້ມ 15 ​​ແຜ່ນ​ແມ່ນ​ຂອງ​ນັກ​ສຶກສາ. ພາບ​ແຕ້ມ​ດ້ວຍ​ຫົວ​ຂໍ້ “ທະ​ເລ​ຮ້ອງ” ຂອງ​ກຸ່ມ​ນັກ​ສຶກສາ​ມະຫາວິທະຍາ​ໄລສະຖາປັດຕະຍະກຳໄດ້​ຮັບ​ລາງວັນ​ພິ​ເສດ​ສຳລັບ​ພາບ​ແຕ້ມ​ໄດ້​ແຕ້ມທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​​ແຕ້ມ​ຫຼາຍຄົນ​ກວ່າ​ໝູ່.

ຂ່າວ/ບົດ​ອື່ນ