ມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດປີ 2017

(VOVWORLD) - ພິທີມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດປີ 2017 ຈະດຳເນີນຢູ່ສຳນັກຂ່າວສານ ຫວຽດນາມ ໃນວັນທີ 14 ມິຖຸນາ.
ມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດປີ 2017 - ảnh 1(ພິທີມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດປີ 2017)

 ຕາມຄະນະຈັດຕັ້ງແລ້ວ, ມີຜະລິດຕະພັນສື່ມວນຊົນ 970 ບົດທີ່ຂຶ້ນກັບບັນດາຂົງເຂດ (ໜັງສືພິມ, ສື່ເອເລັກໂຕນິກ, ກະຈາຍສຽງ, ໂທລະພາບ, ຂ່າວພາບ) ແລະ ສື່ສີ່ງພິມດ້ວຍ 15 ພາສາເຂົ້າຮ່ວມການແຂ່ງຂັນ. ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດປີ 2017 ໄດ້ດຶງດູດການເຂົ້າຮ່ວມຂອງສຳນັກຂ່າວສານ, ສຳນັກພິມ, ບັນດາຫົວໜ່ວຍ, ທ້ອງຖິ່ນພາຍໃນປະເທດ 115 ແຫ່ງ. ພິເສດ ພິທີການແຂ່ງຂັນຄັ້ງນີ້ ຍັງມີການເຂົ້າຮ່ວມຂອງນັກປະພັນ 22 ຄົນທີ່ມາຈາກບັນດາປະເທດ: ລັດເຊຍ, ຈີນ, ແອັດສະປາຍ, ກູບາ, ບຸນກາຣີ, ສະໂລວາກີ, ອິນເດຍ, ຝະຣັ່ງ…

        ຄະນະກຳມະການໄດ້ເລືອກເຟັ້ນເອົາ 105 ຜະລິດຕະພັນເຂົ້າຮອບຊີງຊະນະເລີດ. ຄາດວ່າ ມີ 67 ຜະລິດຕະພັນຈະໄດ້ຮັບລາງວັນລວມມີ: ລາງວັນທີ 1 ມີ 7 ລາງວັນ, ລາງວັນທີ 2 ມີ 15 ລາງວັນ, ລາງວັນທີ 3 ມີ 18 ລາງວັນ ແລະ ລາງວັນຊົມເຊີຍ 27 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ