ມອບລາງວັນວັດທະນະທຳແມ່ນ້ຳຂອງຄັ້ງທີ 9

(VOVWORLD) - ພິທີມອບລາງວັນວັດທະນະທຳແມ່ນ້ຳຂອງຄັ້ງທີ 9 ໄດ້ຈັດຕັ້ງຢ່າງສົມກຽດໃນຕອນຄ່ຳວັນທີ 17 ມິຖຸນາ ຢູ່ຮ່າໂນ້ຍ.

ເຂົ້າຮ່ວມພິທີມີທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະພາທິດສະດີຕຳນິວິຈານວັນນະຄະດີສິລະປະສູນກາງ.

        ສະພາມອບລາງວັນວັດທະນະທຳແມ່ນ້ຳຂອງຄັ້ງທີ 9 ໄດ້ຕັດສິນມອບ 12 ລາງວັນໃຫ້ 12 ບົດປະພັນຂອງບັນດານັກປະພັນຢູ່ເຂດແມ່ນ້ຳຂອງ. ຕາມການຕີລາຄາຂອງສະພາມອບລາງວັນແລ້ວ, ຄຸນນະພາບຂອງບັນດາບົດປະພັນທີ່ຍາດໄດ້ລາງວັນໃນຄັ້ງນີ້ ໄດ້ຍົກຂຶ້ນອີກບາດກ້າວໜຶ່ງ.

        ລາງວັນວັດທະນະທຳແມ່ນ້ຳຂອງຄັ້ງທີ 9 ໄດ້ຈັດຕັ້ງໃນລະຫວ່າງວັນທີ 15 – 17 ມິຖຸນາ ຢູ່ຮ່າໂນ້ຍ. ໃນຂອບເຂດການມອບລາງວັນ, ກໍ່ໄດ້ດຳເນີນເວທີປາໄສກ່ຽວກັບວັດທະນະທຳເຂດແມ່ນ້ຳຂອງ ດ້ວຍຫົວຂໍ້ວ່າ: “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດໃນການພົວພັນແລກປ່ຽນ, ເຊື່ອມໂຍງເຂົ້າກັບສາກົນ” ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກປະພັນໃນຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ